ສີລັງກາພົບຜູ້ຕິດເຊື້ອ “ໝາກສຸກລີງ” ຄົນທຳອິດ

ວັນທີ 4 ພະຈິກ 2022, ສຳນັກຂ່າວຊິນຮົວລາຍງານວ່າ: ກະຊວງສາທາລະນະສຸກຂອງສີລັງກາ ລາຍງານການກວດພົບຜູ້ຕິດເຊື້ອພະຍາດໝາກສຸກລີງຄົນທຳອິດ ເຊິ່ງຫາກໍເດີນທາງມາຈາກນະຄອນດູໄບຂອງສະຫະລັດອາຣັບເອມິເຣດເມື່ອບໍ່ດົນມານີ້.
ກະຊວງສາທາຂອງສີລັງກາລະບຸວ່າ: ຜູ້ຕິດເຊື້ອຄົນທຳອິດອາຍຸ 20 ປີ ເດີນທາງມາຈາກດູໄບໃນວັນທີ 1 ພະຈິກ ໂດຍປັດຈຸບັນຢູ່ລະຫວ່າງປິ່ນປົວຢູ່ໂຮງໝໍພະຍາດຕິດເຊື້ອ (IDH) ໃນເຂດຊານເມືອງນະຄອນຫລວງໂກລຳໂບ ເມືອງຫລວງຂອງປະເທດ.
ທັງນີ້, ກະຊວງສາທາຂອງສີລັງກາຈະເຝົ້າລະວັງກຸ່ມນັກທ່ອງທ່ຽວ ແລະ ປະຊາຊົນທ້ອງຖິ່ນທີ່ເດີນທາງມາຈາກຕ່າງປະເທດຢ່າງຕໍ່ເນື່ອງ ຄຽງຄູ່ກັບເພີ່ມຄວາມພະຍາຍາມກວດຫາຜູ້ທີ່ອາດຕິດເຊື້ອພະຍາດດັ່ງກ່າວ.

