Toyota ນຳສະເໜີລົດ Fortuner ແລະ Hilux Revo ຮຸ່ນໃໝ່

ວັນທີ 25 ສິງຫານີ້, ບໍລິສັດ ໂຕໂຍຕາ ມໍເຕີ້ປະເທດໄທ ຈຳກັດ, ໄດ້ນຳສະເໜີລົດ Toyota Fortuner ແລະ Hilux Revo ຮຸ່ນໃໝ່ດ້ວຍເຄື່ອງຈັກ GD Efficient Boost ເພື່ອການຂັບຂີ່ ພ້ອມທຸກເສັ້ນທາງ, ຊຶ່ງ Fortuner ຮຸ່ນໃໝ່ນີ້ມີຄວາມແຮງ ຂະໜາດ 2.800 ຊີຊີ, ພ້ອມທັງເພີ່ມປະສິດທິພາບແຫ່ງການຂັບຂີ່ແບບຂັບເຄື່ອນ 4 ລໍ້ທີ່ສາມາດຕອບສະໜອງການຂັບຂີ່ໃນທຸກສະພາບເສັ້ນທາງ, ດ້ວຍການອອກແບບທີ່ທັນສະໄໝ ທັງພາຍໃນ ແລະ ພາຍນອກ, ພ້ອມເພີ່ມຄວາມສົມບູນແບບດ້ວຍເຕັກໂນໂລຊີຄວາມປອດໄພໃນລະດັບມາດຕະຖານໂລກ, ສ້າງຄວາມໝັ້ນໃຈໃຫ້ຜູ້ຂັບຂີ່ໄດ້ເປັນຢ່າງດີ.
ທ່ານ ວິຊຽນ ເອມປະເສີດສຸກ ປະທານບໍລິຫານສຳນັກງານເຂດພູມີພາກແມ່ນ້ຳຂອງ ບໍລິສັດ ໂຕໂຍຕາ ມໍເຕີ້ປະເທດໄທ ຈຳກັດ ກ່າວວ່າ: Toyota Fortuner ຄືນະວັດຕະກຳລົດອະເນກປະສົງລະດັບໂລກ ປະຢັດນ້ຳມັນດ້ວຍ ເຄື່ອງຈັກ GD Efficient Boost ພ້ອມປະໂຫຍດໃຊ້ສອຍຄຸ້ມຄ່າ ແລະ ມີຮູບລັກສະນະໂດດເດັ່ນ. ສຳລັບລູກຄ້າທີ່ຈອງ ແລະ ຊື້ Hilux Revo ແລະ Fortuner ໃໝ່ທຸກລຸ້ນນັບແຕ່ນີ້ຈົນຮອດທ້າຍເດືອນຕຸລາ ຈະໄດ້ຮັບຊຸດອຸປະກອນສຸກເສີນຈາກໂຕໂຍຕາມູນຄ່າ 225.000 ກີບ, ສ່ວນຜູ້ທີ່ໃຊ້ລົດໂຕໂຍຕາແລ້ວນັ້ນ, ພຽງແຕ່ເອົາໜັງສືທະບຽນລົດທີ່ເປັນຊື່ຂອງທ່ານມາຢືນຢັນ ພຽງເທົ່ານີ້ກໍສາມາດຮັບສ່ວນຫລຸດ 300 ໂດລາສະຫະລັດ.

