ບາເຊໂລນາ ຍື່ນເງິນບວກ ມັລຄອມ ຂໍຊື້ ວິລລຽນ

ເດິ ມິເຣີ ສື່ຂອງອັງກິດ ລາຍງານວ່າ: ບາເຊໂລນາ ຂໍຊື້ ວິລລຽນ ດ້ວຍການໃຫ້ເງິນ ເຊລຊີ 50 ລ້ານປອນ ແລະ ແຖມ ມັລຄອມ ໃຫ້ນຳ ຫລັງຈາກ ມັລຄອມ ບໍ່ສາມາດແຈ້ງເກີດກັບທີມໄດ້.
ບາເຊໂລນາ ສະໂມສອນຍັກໃຫຍ່ແຫ່ງ ລາ ລີກາ ສະເປນ ຍື່ນຂ້ໍສະເໜີຂໍຊື້ ວິລລຽນ ປີກຊາວບຣາຊິລຂອງ ເຊລຊີ ດ້ວຍເງິນຈຳນວນ 50 ລ້ານປອນ ພ້ອມຈະແຖມ ມັລຄອມ ດາວເຕະເລືອດບຣາຊິລຂອງທີມໃຫ້ນຳ.
ເຖິງວ່າລະດູການນີ້ ວິລລຽນ ຈະເຮັດຜົນງານໄດ້ບໍ່ໜ້າພໍໃຈ ຫລັງຈາກຍິງໃນລີກໄດ້ພຽງ 2 ລູກ ແລະ ເຮັດໄດ້ອີກ 4 ແອສຊິສ ຈາກການລົງຫລິ້ນ 20 ນັດ ແຕ່ເຊື່ອກັນວ່າ: ບາເຊໂລນາ ຢາກໄດ້ລາວໄປຮ່ວມທີມ ເພາະເຊື່ອວ່າລາວຈະຊ່ວຍໃຫ້ເກມບຸກຂອງທີມດີຂຶ້ນໄດ້.
ເດິ ມິເຣີ ກ່າວອີກວ່າ: ເມົາຣິຊິໂອ ຊາຣີ ຜູ້ຈັດການທີມ ເຊລຊີ ອາດຈະສົນໃຈເຮັດຂໍ້ຕົກລົງຄັ້ງນີ້ເຊັ່ນກັນ ເພາະຕອນນີ້ ວິລລຽນ ມີອາຍຸ 30 ປີແລ້ວ ຈົນເຮັດໃຫ້ເບິ່ງຄືວ່າລາວຈະເຂົ້າສູ່ໂຄ້ງສຸດທ້າຍໃນອາຊີບການເປັນນັກເຕະ ແລະ ປີກທີມຊາດບຣາຊິລຍັງເຫລືອສັນຍາກັບທີມອີກບໍ່ຮອດ 2 ປີ.
ສຳລັບ ມັລຄອມ ນັ້ນ ຍ້າຍຈາກ ບອກໂດ ມາຢູ່ກັບ ບາເຊໂລນາ ໃນຊຳເມີ້ຜ່ານມາ ດ້ວຍຄ່າຕົວ 38 ລ້ານປອນ ໂດຍ ໂດຍທຳອິດມີຂ່າວວ່າລາວໃກ້ຈະໄປຢູ່ ອາແອສ ໂຣມ່າ ແລ້ວ ກ່ອນສຸດທ້າຍຈະມາຢູ່ກັບ ບາເຊໂລນາ ແຕ່ນັກເຕະໄວ 21 ປີບໍ່ສາມາດແຈ້ງເກີດກັບທີມໄດ້ ໂດຍລາວຫາກໍໄດ້ລົງຫລິ້ນໄປພຽງ 10 ນັດໃນທຸກລາຍການ.

