ອາເຈນຕີນາ ຫ້າມແຟນບານ 6,000 ຄົນ ບໍ່ໃຫ້ໄປເຊຍໃນບານໂລກ 2022 ທີ່ກາຕ້າ

ລັດຖະບານນະຄອນຫລວງໂນສໄອເຣສ ສັ່ງຫ້າມແຟນບານຈຳນວນ 6000 ຄົນບໍ່ໃຫ້ເດີນທາງໄປຊົມການແຂ່ງຂັນບານໂລກ 2022 ທີ່ປະເທດກາຕ້າ.
“ ເຮົາຕ້ອງການນຳຄວາວມສະຫງົບສຸກກັບມາສູ່ວົງການບານເຕະ ແລະ ປ້ອງກັນການກໍ່ຄວາມຮຸນແຮງນອກສະໜາມ ” ມາເຊໂລ ເດິເລສຊານໂດຣ ຫົວໜ້າໜ່ວຍງານຍຸດຕິທຳ ແລະ ການຮັກສາຄວາມປອດໄພນະຄອນບູໂນສໄອເຣສເປີດເຜີຍ.
ໂດຍນະຄອນບູໂນສໄອເຣສ ຂຶ້ນບັນຊີດຳແຟນບານກວ່າ 3000 ຄົນບໍ່ໃຫ້ເຂົ້າຊົມການແຂ່ງຂັນບານເຕະທ້ອງຖິ່ນ ນອກຈາກນີ້ ທາງການອາເຈນຕີນາ ຍັງໄດ້ເຊັນບົດບັນທຶກຄວາມຮ່ວມມືກັບ ລັດຖະບານກາຕາ ໃນການຊ່ວຍເຫລືອເຈົ້າຫນ້າທີ່ຕຳຫລວດ ລະຫວ່າງການແຂ່ງຂັນບານໂລກ 2022 ນຳອີກ. “ ເປັນເຫມືອນທຸກໆໃນບານໂລກ ເຊິ່ງມີການສ່ົງຮ່ວມມືກັນລະຫວ່າງໜ່ວຍງານ ຕຳຫລວດ ທີ່ຈະເຮັດວຽກຮ່ວມກັບປະເທດເຈົ້າພາບ ”.
ເມື່ອເດືອນຜ່ານມາ ມີແຟນບານເສຍຊີວິດຈາກຄວາມຮຸນແຮງລະຫວ່າງເກມ ໂບຄາ ຈູເນຍ ພົບກັບ ກິມນາເຊຍ ເອສກຣີມາ ເຮັດໃຫ້ ໜ່ວຍງານລັດຖະບານຕ້ອງເລ່ັງແກ້ໄຂບັນຫານີ້ໂດຍໄວ.

