ເຊລຊີ ຮ່ວມວົງລ່າຕົວກອງກາງ ເລສເຕີ ຊິຕີ ເສີມທີມ

ກັລໂຊແມກາໂຕ ລາຍງານວ່າ ເຊລຊີ ສະໂມສອນດັງຈາກພຣີເມຍ ລີກ ອັງກິດ ກາຍເປັນທີມຫລ້າສຸດທີ່ພວມສົນໃຈທີ່ຈະຄວ້າ ຢູຣີ ເຕເລມອງ ກອງກາງຂອງ ເລສເຕີ ຊິຕີ.
ກອງກາງລາຍນີ້ເປັນຫນຶ່ງໃນນັກເຕະທີ່ສ້າງຜົນງານດີກັບ ເລສເຕີ ຊິຕີ ແລະ ກ່ອນຫນ້ານີ້ມີກະແສໄດ້ຮັບຄວາມສົນໃຈຈາກຫລາຍສະໂມສອນ ແຕ່ຫລ້າສຸດມີການເປີດເຜີຍວ່າ ເຊລຊີ ເປັນທີມຫລ້າສຸດທີ່ຈະໂດດມາຮ່ວມວົງຍາດ ເຕເລມອງ ເຊ່ັນດຽວກັນ.
ທັງນີ້ນອກຈາກ ເຊລຊີ ແລ້ວຍັງມີ ຣຽວ ມາດຣິດ ທີມຈາກ ລາ ລີກາ ສະເປນ ແລະ ແມນເຊສເຕີ ຢູໄນເຕັດ ອີກຫນຶ່ງທີມພຣີເມຍລີກ ທີ່ຢາກໄດ້ນັກເຕະລາຍນີ້ເຊັ່ນດຽວກັນ.

