ຕຳຫລວດໄທບຸກຄົ້ນ ແຫລ່ງຜະລິດ “ຢາແກ້ໄອ” ປອມ 11 ຈຸດ ມູນຄ່າຫລາຍກວ່າ 70 ລ້ານບາດ

ຕຳຫລວດສອບສວນກາງຂອງໄທ ຮ່ວມກັບ ອຢ ມ້າງເຄືອຂ່າຍຜະລິດຢາແກ້ໄອປອມລາຍໃຫຍ່ ສ່ວນຫລາຍສົ່ງຂາຍພາກໃຕ້ຂອງໄທ ໂດຍສະເພາະນະຄອນສີທຳມະລາດ ແລະ ພູເກັດ ຈັບຜູ້ຕ້ອງໄດ້ 3 ຄົນ ພ້ອມຂອງກາງຈຳນວນຫລາຍ ມູນຄ່າຫລາຍກວ່າ 70 ລ້ານບາດ.
ຢາແກ້ໄອຈຳນວນຫລາຍຍີ່ຫໍ້ ລວມທັງອຸປະກອນການປະສົມຢາ, ບັນຈຸຂວດ ແລະ ສານຕັ້ງຕົ້ນຫລາຍລາຍການ ເປັນຂອງກາງທີ່ຕຳຫລວດກອງກຳກັບການ 4 ກອງບັງຄັບການປາບປາມການກະທຳຄວາມຜິດກ່ຽວກັບການຄຸ້ມຄອງຜູ້ບໍລິໂພກ (ປຄບ) ຮ່ວມກັບອົງການອາຫານ ແລະ ຢາ ຮ່ວມກັນສືບສວນຈົນພົບແຫລ່ງຜະລິດຢາແກ້ໄອປອມອັນເປັນອັນຕະລາຍຕໍ່ຜູ້ບໍລິໂພກ.
ຜູ້ບັງຄັບການ ປຄບ ເປີດເຜີຍວ່າ: ຊຸດສືບສວນຂະຫຍາຍຜົນຕາມເສັ້ນທາງສານຕັ້ງຕົ້ນ ທີ່ມີການສັ່ງສ່ວນປະສົມຢາແກ້ໄອໄປຈາກນະຄອນຫລວງບາງກອກ ກະທັ້ງພົບຫລັງຜະລິດໃນແຂວງນະຄອນສີທຳມະລາດ ແລະ ຫລັງຜະລິດແລ້ວສ່ວນຫລາຍຈະກະຈາຍຈຳໜ່າຍຢ່າງແພ່ຫລາຍໃນນະຄອນສີທຳມະລາດ ແລະ ພູເກັດ ລວມທັງອີກຫລາຍແຂວງທາງພາກໃຕ້ ເພາະເປັນພື້ນທີ່ທີ່ມີຄວາມນິຍົມດື່ມເຄື່ອງດື່ມມືນເມົາທີ່ມີສ່ວນປະສົມຈາກຢາແກ້ໄອ ເຊັ່ນ 4 ຄູນ 100.
ຜົນການກວດຄົ້ນໃນໂຮງງານຢູ່ນະຄອນສີທຳມະລາດ ພົບຢາແກ້ໄອປອມບັນຈຸຂວດພ້ອມຈຳໜ່າຍໃນຫລາຍຍີ່ຫໍ້ ລວມຫລາຍກວ່າ 60.000 ຂວດ, ສ່ວນຂອງແທ້ພົບ 7.000 ຂວດ. ນອກຈາກນີ້ ພົບຂວດລ້າລໍຖ້າການບັນຈຸຫລາຍກວ່າ 400.000 ຂວດ. ສອບສວນຜູ້ຕ້ອງຫາທີ່ຈັບໄດ້ 3 ຄົນ ເບື້ອງຕົ້ນຮັບສາລະພາບອ້າງຜະລິດ ແລະ ຈຳໜ່າຍຢາແກ້ໄອປອມນັບແຕ່ປີ 2018 ໂດຍເລີ່ມຕົ້ນຜະລິດຢາແກ້ໄອປອມຍີ່ຫໍ້ Datissin (ຝາແດງ) ຕໍ່ມາເມື່ອປະມານຕົ້ນປີ 2022 ປ່ຽນມາຜະລິດຢາແກ້ໄອປອມຍີ່ຫໍ້ Diphenyl (ໄກ່ແດງ) ແທນ, ສ່ວນອີກ 2 ຍີ່ຫໍ້ ຜູ້ຕ້ອງຫາອ້າງວ່າຊື້ມາຈາກບຸກຄົນອື່ນ ຕຳຫລວດຢູ່ລະຫວ່າງຂະຫຍາຍຜົນ.
ຂະນະທີ່ການຄົ້ນແຫລ່ງຈຳໜ່າຍໃຫຍ່ໃນພູເກັດ ຢາແກ້ໄອ 11.400 ຂວດ ກວດສອບເປັນຂອງແທ້.

