ຊຽງໄຮ້ເປີດ “ທາງດ່ວນລົດບໍ່ມີຄົນຂັບ” ຊຸດທຳອິດ

ວັນທີ 8 ພະຈິກ 2022, ສຳນັກຂ່າວຊິນຮົວລາຍງານວ່າ: ຄະນະກຳມະການການຂົນສົ່ງເທສະບານນະຄອນຊຽງໄຮ້ທາງຕາເວັນອອກຂອງຈີນ ລະບຸວ່າ: ຊຽງໄຮ້ເປີດທາງດ່ວນຊຸດທຳອິດສຳລັບລົດບໍ່ມີຄົນຂັບຢ່າງເປັນທາງການແລ້ວ.

ໃນວັນທີ 7 ພະຈິກ, ຄະນະກຳມະການການຂົນສົ່ງເທສະບານນະຄອນຊຽງໄຮ້ ຖະແຫລງລະຫວ່າງກອງປະຊຸມການຂົນສົ່ງອັດສະລິຍະວ່າ: ຖະໜົນໄລຍະທາງ 21,5 ກິໂລແມັດ ໃນທາງດ່ວນເສັ້ນ G1503 ແລະ ຖະໜົນໄລຍະທາງ 19,5 ກິໂລແມັດ ໃນທາງດ່ວນເສັ້ນ G2 ປັກກິ່ງ-ຊຽງໄຮ້ (G2 Beijing-Shanghai) ຖືກກຳນົດໃຫ້ເປັນທາງດ່ວນສຳລັບລົດຂັບເຄື່ອນດ້ວຍຕົນເອງ.

ປັດຈຸບັນ ຊຽງໄຮ້ໄດ້ເປີດຖະໜົນທົດລອງລົດອັດຕະໂນມັດ 926 ເສັ້ນ ເຊິ່ງຈຳລອງສະຖານະການທົດລອງ 15.000 ແບບ ເຮັດໃຫ້ຊຽງໄຮ້ຂຶ້ນແທ່ນເປັນເມືອງອັນດັບຕົ້ນໆຂອງຈີນໃນດ້ານດັ່ງກ່າວ ໂດຍຊຽງໄຮ້ກຽມພ້ອມສຳລັບການທົດລອງ ແລະ ການປະຍຸກໃຊ້ຍານພາຫະນະເຊື່ອມຕໍ່ອັດສະລິຍະ ເພື່ອສະໜັບສະໜູນການດຳເນີນງານທາງສາທິດ ແລະ ທາງການຄ້າຂອງລົດອັດຕະໂນມັດຢ່າງມີປະສິດທິພາບ.

ທັງນີ້, ໃນວັນທີ 7 ພະຈິກ, ຊຽງໄຮ້ຍັງເປີດຕົວກົດລະບຽບສຳລັບການດຳເນີນງານທາງສາທິດຂອງຍານພາຫະນະເຊື່ອມຕໍ່ອັດສະລິຍະ.