ສິງກະໂປກຽມຈຳກັດຈຳນວນລົດ ສ່ວນບຸກຄົນ ເພື່ອແກ້ໄຂບັນຫາຈະລາຈອນ

ລັດຖະບານສິງກະໂປກຽມຈຳກັດຈຳນວນພາຫະນະສ່ວນບຸກຄົນຕາມຖະໜົນ ເພື່ອແກ້ໄຂບັນຫາການຈະລາຈອນ, ຂະນະທີ່ຈະມີການພັດທະນາລະບົບໂຄງລ່າງພື້ນຖານໃນປະເທດຄຽງຄູ່ກັນໄປ.

ສຳນັກຂ່າວຕ່າງປະເທດລາຍງານຈາກປະເທດສິງກະໂປ ໃນວັນທີ 24 ຕຸລາວ່າ: ສຳນັກງານການຂົນສົ່ງທາງບົກຂອງສິງກະໂປ (LTA) ອອກຖະແຫລງການໃນວັນທີ 23 ຕຸລາ ເລື່ອງການກຽມຈຳກັດຈຳນວນພາຫະນະໂດຍສານສ່ວນບຸກຄົນຕາມຖະໜົນ ເຊິ່ງລວມທັງລົດຍົນສ່ວນບຸກຄົນ ແລະ ລົດຈັກ ນັບແຕ່ເດືອນກຸມພາ 2018 ເປັນຕົ້ນໄປ ເພື່ອຫລຸດອັດຕາການເພີ່ມຂອງຈຳນວນພາຫະນະປະເພດດັ່ງກ່າວຕາມຖະໜົນ ຈາກປັດຈຸບັນໃນລະດັບ 0,25% ຕໍ່ປີ ໃຫ້ເຫລືອ 0% ໂດຍຈະມີການຕີລາຄາສະຖານະການອີກໃນປີ 2020. ຂະນະທີ່ອັດຕາການເພີ່ມຈຳນວນຂອງພາຫະນະຂົນສົ່ງສາທາລະນະ ແລະ ລົດຍົນທີ່ໃຊ້ສຳລັບການຂົນສົ່ງສິນຄ້າ ໃຫ້ເຫລືອ 0,25% ຕໍ່ປີ ຈົນເຖິງໄຕມາດທຳອິດຂອງປີ 2021.
ທັງນີ້, ສິງກະໂປຖືເປັນໜຶ່ງໃນປະເທດທີ່ມີຄ່າໃຊ້ຈ່າຍໃນການຄອບຄອງພາຫະນະສ່ວນບຸກຄົນ 1 ຄັນແພງເປັນອັນດັບຕົ້ນຂອງໂລກ ເນື່ອງຈາກລາຄາໃບອະນຸຍາດຄອບຄອງລົດຍົນທີ່ມີລາຄາສູງເຖິງ 50.000 ໂດລາສິງກະໂປ ແພງກວ່າຢູ່ອາເມລິກາປະມານ 3 ເທົ່າ ແລະ ໃບອະນຸຍາດມີອາຍຸການໃຊ້ງານພຽງ 10 ປີເທົ່ານັ້ນ, ສ່ວນສະຖິຕິໃບອະນຸຍາດຄອບຄອງລົດຍົນສ່ວນບຸກຄົນຢູ່ສິງກະໂປເຖິງປີ 2016 ມີປະມານ 600.000 ຄັນ.
ເຖິງຢ່າງໃດກໍຕາມ, ນາຍົກລັດຖະມົນຕີ ລີຊຽນລຸງ ກ່າວວ່າ: ລັດຖະບານສິງກະໂປກຽມຈັດສັນງົບປະມານ 28.000 ລ້ານໂດລາສິງກະໂປ ພາຍໃນໄລຍະເວລາ 5 ປີ ເພື່ອປັບປຸງ ແລະ ຂະຫຍາຍລະບົບໂຄງລ່າງພື້ນຖານພາຍໃນປະເທດ ບໍ່ວ່າຈະເປັນຖະໜົນຫລວງ, ທາງຍ່າງ ແລະ ບ່ອນອື່ນໆທີ່ກ່ຽວຂ້ອງເຊັ່ນ: ສັນຍານໄຟຈະລາຈອນ ເພື່ອແກ້ໄຂບັນຫາການຈະລາຈອນໃນປະເທດ.

