ສີລັງກາເຜີຍລາຍໄດ້ທ່ອງທ່ຽວເດືອນມັງກອນ-ຕຸລາ ສູງເຖິງ 1 ພັນລ້ານໂດລາ

ວັນທີ 6 ພະຈິກ 2022, ສຳນັກຂ່າວຊິນຮົວລາຍງານວ່າ: ທະນາຄານກາງສີລັງກາ ເປີດເຜີຍລາຍໄດ້ຈາກການທ່ອງທ່ຽວຂອງສີລັງກາ ໄລຍະ 10 ເດືອນທຳອິດ ສູງເກີນ 1 ພັນລ້ານໂດລາສະຫະລັດ.
ລາຍງານລະບຸວ່າ: ລາຍໄດ້ຈາກການທ່ອງທ່ຽວຂອງສີລັງກາ ນັບສະເພາະເດືອນຕຸລາ ບັນລຸ 75,6 ລ້ານໂດລາສະຫະລັດ.
ຂະນະເງິນທຶນສຳຮອງຢ່າງເປັນທາງການຂອງສີລັງກາຢູ່ລະດັບ 1,7 ພັນລ້ານໂດລາສະຫະລັດ ເມື່ອນັບຮອດທ້າຍເດືອນຕຸລາ ເຊິ່ງຫລຸດລົງເລັກໜ້ອຍຈາກເດືອນກັນຍາ.
ສະຖິຕິຈາກໜ່ວຍງານການທ່ອງທ່ຽວຂອງສີລັງກາ ລະບຸວ່າ: ປະລິມານນັກທ່ອງທ່ຽວຂາເຂົ້າ ໄລຍະເດືອນຕຸລາ ສູງເກີນ 42.000 ຄົນ ເຮັດໃຫ້ປະລິມານນັກທ່ອງທ່ຽວຂາເຂົ້າທັງໝົດໃນປີນີ້ຫລາຍກວ່າ 568.000 ຄົນ.

