ອາເຕຕ້າ ປະກາດ ອາເຊນອລ ຂໍທວງແຊ້ມເຕັມໂຕ ຫລັງຊະນະ ເຊວຊີ

ມິເກລ ອາເຕຕ້າ ປະກາດຢືນຢັນອາເຊນອລ ລຸ້ນແຊ້ມລີກລະດູການນີ້ເຕັມຕົວ ຫລັງບຸກໄປຊະນະ ເຊລຊີ.

ມິເກລ ອາເຕຕ້າ ຜູ້ຈັດການທີມອາເຊນອລ ທີມຜູ້ນຳພຣີເມຍລີກ ອັງກິດ ປະກາດສຽງແຂງວ່າອາເຊນອລ ຂໍທວງແຊ້ມລີກສູງສຸດ ລະດູການນີ້ແບບເຕັມຕົວ ຫລັງບຸກໄປຊະນະ ເຊວຊີ 1-0 ໃນເກມລີກ ເມື່ອວັນອາທິດທີ່ຜ່ານມາ ແຊງກັບຂຶ້ນໄປຄອງຜູ້ນຳ ນຳໜ້າແມນເຊສເຕີ ຊິຕີ້ 2 ຄະແນນ ເຖິງຈະຍອມຮັບວ່າ ແມນຊິຕີ້ ຍັງຄົງເປັນທີມທີ່ດີທີ່ສຸດກໍຕາມ.

ຜູ້ຈັດການທີມຊາວສະເປນ ເຊິ່ງຄຸມອາເຊນອລ ເປັນນັດທີ 150 ໃນເກມເມື່ອວັນອາທິດທີ່ຜ່ານມານັ້ນ ກ່າວຫລັງຈົບເກມວ່າ : “ ແນ່ນອນມື້ນີ້ເຮົາຄືທີມທີ່ມີໂອກາດລຸ້ນແຊ໊ມ ແຕ່ໃນວັນມື້ໜ້າມັນຍັງມີງາານຍາກໃຫ້ຕ້ອງພົບອີກຫລາຍ ສຳລັບ ແມນເຊສເຕີ ຊິຕີ້ ນັ້ນ ລອງເບິ່ງຜົນງານຂອງພວກເຂົາໃນໄລຍະ 6 ປີທີ່ຜ່ານມາ ແລະ ພວກເຂົາກໍສະແດງໃຫ້ເຫັນແລ້ວວ່າ ພວກເຂົາມີຜູ້ຈັດ ການທີມທີ່ດີທີ່ສຸດ ແລະ ມີທີ່ດີທີ່ສຸດໃນໂລກ ໃນທຸກຂັນທີ່ລົງແຂ່ງຂັນ ”.

“ ເຮົາຕ້ອງໃຫ້ຄວາວມເຄົາລົບພວກເຂົາໃນເລື່ອງນັ້ນຢ່າງຫລາຍ ແລະ ເຮົາກໍຕ້ອງເຮັດໃຫ້ດີຂຶ້ນກວ່າເກ່ົາ ເພື່ອເກັບ ຜົນການແຂ່ງຂັນ ແລະ ຫວັງລຸ້ນແຊ້ມຍາວໆ ເພາະເສັ້ນທາງໃນເກມລີກລະດູການນີ້ ຍັງຢູ່ອີກຍາວໄກ ”.