ງານວາງສະແດງເສດຖະກິດເຕັກນິກການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 4

ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດ ແລະ ກົມສົ່ງເສີມ ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ສະພາສົ່ງເສີມການຄ້າລະຫວ່າງປະເທດ ສປ ຈີນ ແລະ ສະພາການຄ້າສາກົນ ຈີນ ໄດ້ຈັດງານວາງສະແດງເສດຖະກິດເຕັກນິກການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ 2019 (ຄັ້ງທີ 4), ໄດ້ຈັດຂຶ້ນວັນທີ 25-28 ພະຈິກນີ້, ຢູ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ. ໂດຍມີທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານຮອງຫົວໜ້າກົມການຄ້າ ແລະ ການລົງທຶນ ສະພາສົ່ງເສີມການຄ້າ ສປ ຈີນ, ມີບັນດາພາກທຸລະກິດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ການຈັດງານວາງສະແດງຄັ້ງນີ້,
ເພື່ອສືບຕໍ່ເສີມສ້າງສາຍພົວພັນຮ່ວມມືດ້ານເສດຖະກິດຂອງບັນດາປະເທດໃນກອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ,
ເວົ້າສະເພາະ ເພື່ອສົ່ງເສີມການຄ້າໃຫ້ຂະຫຍາຍຕົວຕໍ່ເນື່ອງຂອງສອງປະເທດລາວ-ຈີນ,
ທັງເປັນການເປີດໂອກາດໃຫ້ພາກທຸລະກິດສອງປະເທດໄດ້ສືບຕໍ່ແລກປ່ຽນຂໍ້ມູນຂ່າວສານຕ່າງໆ
ເພື່ອຊຸກຍູ້ທາງດ້ານການຄ້າ, ການເຊື່ອມໂຍງ, ການຮ່ວມມື ແລະ
ສຶກສາຄວາມເປັນໄປໄດ້ໃນການລົງທຶນຮ່ວມກັນໃນອະນາຄົດ.


ງານວາງສະແດງການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງຄັ້ງມີຜະລິດຕະພັນອຸປະກອນເຕັກນິກທີ່ມີຊື່ສຽງຈາກຈີນມາວາງສະແດງ:
ດາວທຽມ, ໂຄງຮ່າງພື້ນຖານການຄົມມະນາຄົມ, ພະລັງງານໄຟຟ້າ, ເຄື່ອງກໍ່ສ້າງ ແລະ ອື່ນໆ ນອກນີ້,
ຍັງມີຜະລິດຕະພັນ ແລະ ໂຄງການທ້ອງຖິ່ນທີ່ເປັນວິສາຫະກິດດີເດັ່ນຂອງແຂວງຢູນນານ ແລະ
ໄຫຫຼໍາເຂົ້າຮ່ວມນໍາດ້ວຍ.


