ຄະນະໂຄສະນາອົບຮົມສູນກາງພັກ ສະຫລຸບຂະບວນແຂ່ງຂັນຍ້ອງຍໍ-ຮັກຊາດ ແລະ ພັດທະນາ ພ້ອມທັງປະດັບຫລຽນໄຊແຮງງານໃຫ້ພະນັກງານ

ວັນທີ 2 ພະຈິກ 2022 ນີ້, ຄະນະໂຄສະນາອົບຮົມສູນກາງພັກ ໄດ້ດຳເນີນສະຫລຸບຕີລາຄາ ການປະຕິບັດຂະບວນການແຂ່ງຂັນຍ້ອງຍໍ-ຮັກຊາດ ແລະ ພັດທະນາ, ພ້ອມທັງວາງທິດທາງ ແຜນການໃນຕໍ່ໜ້າ ແລະ ປະກາດການຈັດຕັ້ງ ໂດຍການເປັນປະທານຂອງ ສະຫາຍ ຄຳພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາ ອົບຮົມສູນກາງພັກ, ມີພັກພະນັກງານພາຍໃນເຂົ້າຮ່ວມ.
ສະຫາຍ ລາວປາວຊົ່ງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ຊີ້ໃຫ້ເຫັນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານ 2016-2020 ເຊິ່ງ 5 ປີຜ່ານມາ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ເອົາໃຈໃສ່ປະຕິບັດພາລະບົດບາດ ໃນການຄົ້ນຄ້ວາແນວທາງ, ແຜນນະໂຍບາຍ ແລະ ນະໂຍບາຍໃນຂົງເຂດວຽກງານການເມືອງ-ແນວຄິດ; ໄດ້ເອົາໃຈໃສ່ ສຶກສາອົບການເມືອງ-ແນວຄິດ ໃຫ້ສະມາຊິກພັກ-ພະນັກງານ ແລະ ຈັດຕັ້ງເຊື່ອມຊຶມບັນດາ ມະຕິ, ຄຳສັ່ງ, ຄຳແນະນຳ, ກົດລະບຽບຂອງພັກ, ກົດໝາຍ ແລະ ແຜນພັດທະນາເສດຖະ ກິດ-ສັງຄົມ ຂອງລັດ. ດັ່ງນັ້ນ, ຈຶ່ງເຮັດໃຫ້ສະພາບແນວຄິດຂອງສະມາຊິກພັກ, ພະນັກງານມີຄວາມອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ການຄຸ້ມຂອງຂອງລັດ, ມີຄວາມບຸກບືນໃນການປະຕິບັດໜ້າທີ່ວຽກງານ, ມີສະຕິຕໍ່ການຈັດຕັ້ງ, ປະຕິບັດແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດວາງອອກ; ນອກຈາກນີ້, ໄດ້ຊີ້ນຳ-ນຳພາດຳເນີນວຽກງານ ໂຄສະນາ-ປາຖະກະຖາ ກ່ຽວກັບວັນສຳຄັນຕ່າງໆ ຂອງຊາດ, ຂອງພັກ ແລະ ສາກົນ; ໄດ້ ຄົ້ນຄວ້າຂຽນປຶ້ມ ຄູ່ມືປາຖະກະຖາໄດ້ທັງໝົດ 36 ຫົວຂໍ້, ຈັດພິມຈໍານວນ 5.000 ຫົວ; ໄດ້ ສ້າງປຶ້ມຄູ່ມືໂຄສະນາ-ປາຖະກະຖາ ຈຳນວນ 4 ຊະນິດ; ສຳເລັດການສ້າງປຶ້ມໜ້າປົກຂາວ ສະພາບການພົວພັນລາວ-ກຳປູເຈຍ ແລະ ປຶ້ມສຶກສາອົບຮົມການເມືອງ-ແນວຄິດການສ້າງ ປະຊາຄົມຄູ່ຮ່ວມຊະຕາກໍາ ລາວ-ຈີນ; ໄດ້ປະກອບສ່ວນຂຽນເນື້ອໃນປະຫວັດມູນເຊື້ອ ເມືອງ ວຽງໄຊ ຄົບຮອບ 50 ປີ; ເກັບກຳສະພາບທີ່ພົ້ນເດັ່ນຂອງຂະແໜງການ ທັງສູນກາງ ແລະ ທ້ອງຖິ່ນ ຕາມເວັບໄຊສື່ເອເລັກໂຕຣນິກ, ສື່ສິ່ງພິມ ທັງພາຍໃນ ແລະ ຕ່າງປະເທດ ໃນແຕ່ ລະໄລຍະ.
ສຳລັບທິດທາງຄາດໝາຍສູ້ຊົນ, ມາດຕະການຈັດຕັ້ງປະຕິບັດ ຂະບວນແຂ່ງຂັນຮັກ ຊາດ ແລະ ພັດທະນາ ຮອດປີ (2025) ສຶບຕໍ່ເອົາໃຈໃສ່ປະຕິບັດພາລະບົດບາດ ເປັນເສນາທິການໃຫ້ແກ່ ຄະນະໂຄສະນາອົບຮົມສູນກາງພັກ, ກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ ແລະ ລັດຖະບານ ໃນການຄົ້ນຄ້ວາແນວທາງ, ແຜນນະໂຍບາຍ, ນະໂຍບາຍພາຍໃນຂົງເຂດວຽກງານການເມືອງແນວຄິດ; ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ-ພະນັກງານ ແລະ ຈັດຕັ້ງເຊືອມຊຶມບັນດາມະຕິ, ຄຳສັ່ງ, ຄຳ ແນະນໍາ, ກົດລະບຽບຂອງພັກ, ກົດໝາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ກໍຄືແຜນພັດທະນາຂອງຄະນະພັກຄະນະໂຄສະນາອົບຮົມສູນກາງພັກໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ.
ໂອກາດນີ້, ກໍໄດ້ມີການປະດັບຫລຽນໄຊແຮງງານຊັ້ນ I ຈຳນວນ 11 ສະຫາຍ; ຫລຽນໄຊແຮງງານຊັ້ນ II ຈຳນວນ 17 ສະຫາຍ; ຫລຽນໄຊແຮງງານຊັ້ນ III ຈຳນວນ 12 ສະຫາຍ; ຫລຽນກາແຮງງານ 20 ສະຫາຍ; ໃບຍ້ອງຍໍລັດຖະບານ 57 ສະຫາຍ ແລະ ໃບຍ້ອງຍໍ ຄອສພ 30 ສະຫາຍ ໃຫ້ກັບບຸກຄົນທີ່ມີຜົນງານດີເດັ່ນ. ພ້ອມນີ້ ຍັງໄດ້ປະກາດ ການຈັດຕັ້ງຊັບຊ້ອນພະນັກງານ ແລະ ຮັບອຸດໝູນບຳນວນນຈຳນວນໜຶ່ງ.

