ອພສ ມີບົດບາດສໍາຄັນໃນການປຸກລະດົມຄວາມສາມັກຄີທົ່ວປວງຊົນ

   ທ່ານປະທານສູນກາງແນວລາວສ້າງຊາດ ໄຊສົມພອນ ພົມວິຫານ ໄດ້ມີຄໍາເຫັນໃນກອງປະຊຸມສາມັນຄົບຄະນະກຳມະການສູນກາງອົງການພຸດທະສາສະໜາສຳພັນລາວ ເມື່ອບໍ່ດົນມານີ້ວ່າ: ອົງການພຸດທະສາດສະໜາສໍາພັນລາວມີບົດບາດສຳຄັນໃນການປຸກລະດົມຄວາມສາມັກຄີປອງດອງຂອງປວງຊົນພາຍໃນຊາດໃຫ້ໜັກແໜ້ນ ກໍຄືການເສີມຂະຫຍາຍມູນເຊື້ອອັນດີງາມ, ຜົນງານການນໍາພາອັນພົ້ນເດັ່ນຂອງພະສົງລາວ ກໍຄືຄວາມຈະເລີນຮຸ່ງເຮືອງຂອງພຸດທະສາສະໜາ, ຄວາມເຫຼື້ອມໃສສັດທາຂອງສາສະນິກະຊົນບັນດາເຜົ່າ ແລະ ໃນຕໍ່ຫນ້ານີ້, ຂໍຮຽກຮ້ອງໃຫ້ ອພສ ສືບຕໍ່ຍົກສູງບົດບາດດັ່ງກ່າວໃຫ້ພົ້ນເດັ່ນຂື້ນຕື່ມ, ໂດຍສະເພາະແບບແຜນວິທີເຄື່ອນໄຫວ, ການປະຕິບັດຫລັກການລວມສູນປະຊາທິປະໄຕ ແລະ ປະຕິບັດທຳມະວິໄນ, ສິນທຳຄຳສັ່ງສອນ ຕ້ອງເຄັ່ງຄັດໜັກແໜ້ນສອດຄ່ອງກັບການປະຕິບັດລະບຽບກົດໝາຍປົກຄອງສົງ, ເພີ່ມທະວີການເຜີຍແຜ່ສິນທຳ ແລະ ຄຳສັ່ງສອນຕ່າງໆ ເພື່ອປະຊາຊົນບັນດາເຜົ່າຮູ້ຈັກບາບບຸນຄຸນໂທດ ແລະ ຫລີກເວັ້ນຈາກອະບາຍຍະມຸກ ຫລື ປາກົດການຫຍໍ້ທໍ້ຕ່າງໆ. ນອກນີ້, ໃຫ້ສືບຕໍ່ສ້າງນິຕິກຳຂອງອົງການ ອພສ ເພື່ອເປັນເຄື່ອງມືຊ່ວຍໃນການຄຸ້ມຄອງພະສົງ-ສາມະເນນ, ການເຮັດພິທີກຳຕ່າງໆຕ້ອງໃຫ້ມີຄວາມເປັນເອກະພາບກັນ ແລະ ໃຫ້ເໝາະ ສົມສອດຄ່ອງກັບສະພາບເງື່ອນໄຂຂອງສັງຄົມ ແລະ ປັດຈຸບັນເຫັນວ່າເຕັກໂນໂລຊີມີຂໍ້ມູນຂ່າວສານມີຄວາມກ້າວໜ້າ ແລະ ທັນສະໄໝ, ສະນັ້ນການນຳໃຊ້ ສື່ສັງຄົມອອນລາຍຂອງພະສົງ-ສາມະເນນ ຄວນມີສະຕິລະວັງໃນການນຳໃຊ້ສື່ດັ່ງກ່າວ.