ຈີນຈະນຳໃຊ້ລົດແທກຊີບິນໄດ້ໃນປີ 2021

ຮຽບຮຽງໂດຍ: ລູກເມືອງພວນ

    ບໍລິສັດ EHang ຂອງຈີນ ຈະສ້າງເຄືອຂ່າຍລົດ ແທັກຊີ ບິນເປັນຄັ້ງທຳອິດຢູ່ໃນແຂວງ ກວາງໂຈ ໃນປີ 2021.

ບໍລິສັດ EHang ຮ່ວມມື ກັບ ແຂວງ ກວາງໂຈ, ສ້າງ ເຄືອຂ່າຍລົດ ແທັກຊີ ບິນບັນ ທຸກຜູ້ໂດຍສານ ເພື່ອຕອບ ສະໜອງການບໍລິການທີ່ ວ່ອງໄວ, ມີຄວາມປອດໄພ ແລະ ເປັນມິດກັບສິງແວດ ລ້ອມພ້ອມທັງຫຼຸດຜ່ອນຄ່າ ໃຊ້ຈ່າຍ. ຕາມການໃຫ້ການ ຂອງທ່ານ HuHuazhi, ຜູ້ກໍ່ ຕັ້ງບໍລິສັດ ທັງເປັນປະທານ ເທັກໂນໂລຢີ. ທ່ານ Hu ໃຫ້ ຄຳເຫັນວ່າ: “ພວກເຮົາຈະ ເປີດບິນທົດລອງຕາມຖະໜົນ ສາຍຕ່າງໆຢູ່ໃນຕົວເມືອງໃນ ປີນີ້” ແລະ ຈະເປີດໃຫ້ຜູ້ໂດຍ ສານຈັບຈອງການບໍລິການ. ຜູ້ໂດຍສານຈະຖືກຕ້ອນຮັບ ແລະ ໃຊ້ບໍລິການຢູ່ ໃນໃຈກາງ ເມືອງດ້ວຍລາຄາ ເທົ່າກັບ ລົດ ແທັກຊີທຳມະດາ. ບໍລິສັດ ດັ່ງກ່າວກຳລັງສົມທົບກັບອຳ ນາດການປົກຄອງທ້ອງຖິ່ນ ຈະສ້າງສະຖານີ ຈອດຫຼາຍ ແຫ່ງໃນປີໜ້ານີ້.

ຕາມແຜນການແລ້ວ,  ບໍລິສັດ EHang ຈະສ້າງສູນບັງຄັບບັນຊາ ແລະ ຕິດຕາມ ເພື່ອຮັບປະກັນຄວາມປອດໄພ ແລະ ມີປະສິດທິຜົນສູງ.  ພ້ອມດຽວກັນນີ້, ກໍມີການກະກຽມ ພື້ນຖານໂຄງລ່າງ ຮັບໃຊ້ໃຫ້ການບິນໃນໄລຍະທາງສັ້ນໃນຕົວເມືອງ.

ບໍລິສັດ EHang ໄດ້ມີ ແຜນເປີດການບິນທົດລອງໃນຕົວເມືອງ ແລະ ລົງຈອດ ຕາມສະຖານີຕ່າງໆໄວ້ກ່ອນ,ຈະມີການເຄື່ອນໄຫວດຳເນີນທຸລະກິດຈິງ. ຮູບຊົງຂອງລົດ ແທັກຊີບິນອັດຕະໂນມັດ ຂອງບໍລິສັດ EHang ໄດ້ອອກສູ່ສາຍຕາສັງຄົມໃນ ເດືອນເມສາ 2019 ນີ້ ຢູ່ທີ່ Vienne, ບັນທຸກຜູ້ໂດຍສານ 17 ຄົນໃນການບິນທົດລອງໃນຄັ້ງນີ້.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ