ປີ 2021-2022 ລາວ-ມຽນມາ ຢຶດຢາບ້າໄດ້ 12.764.000 ເມັດ

ວັນທີ 24-26 ຕຸລາ 2022 ຜ່ານມານີ້, ກອງປະຊຸມຄະນະກຳມະການຊາຍແດນ ລະຫວ່າງ ລາວ-ມາ ຂັ້ນແຂວງ, ເຂດ ຄັ້ງທີ X ຝ່າຍລາວເຂົ້າຮ່ວມໂດຍ ພັນເອກ ທອງໄຂ ສີຍາລາດ ຫົວໜ້າການທະຫານກອງບັນຊາການທະຫານແຂວງບໍ່ແກ້ວ, ພ້ອມຄະນະ, ຝ່າຍມຽນມານຳໂດຍພັນເອກ ມິນມິນ ທຸນ ຫົວໜ້າຜູ້ບັນຊາການທະຫານທ່າຂີ້ເຫຼັກ ກອງທັບພາກສາມຫຼ່ຽມ ກອງທັບ ແຫ່ງ ສສ ມຽນມາ ພ້ອມ ຄະນະ, ມີຮອງຫົວໜ້າກົມຊາຍແດນ, ກອງບັນຊາການທະຫານ-ຕຳຫຼວດແຂວງ ຫຼວງນ້ຳທາ, ແຂວງບໍ່ແກ້ວ ແລະ ກອງພົນທະຫານຮາບທີ 3 ເຂົ້າຮ່ວມ.
ໃນ 1 ປີຜ່ານມານີ້, ທັງສອງຝ່າຍກໍໄດ້ພ້ອມກັນຕ້ານ ແລະ ສະກັດກັ້ນ, ບັນດາປາກົດການຫຍໍ້ທໍ້ທີ່ເກີດຂຶ້ນຕາມຊາຍແດນ, ລະຫວ່າງສອງປະເທດດັງນີ້: ໃນປີ 2021-2022 ໄດ້ຊຸກດັນແຮງງານມຽນມາກັບຄືນປະເທດໃນຊ່ວງໂຄວິດ 19 ຈຳນວນ 5005 ຄົນ ຍິງ 1814 ຄົນ, ກັກຕົວຄົນສັນຊາດມຽນມາລັກລອບເຂົ້າເມືອງແບບຜິດກົດໝາຍຈຳນວນ 96 ຄົນ ຍິງ 4 ຄົນ, ກັກຕົວຜູ້ຕ້ອງຫາໄດ້ 12 ຄົນ, ຢຶດຢາບ້າໄດ້ 12.764.000 ເມັດ, ເຮໂລອິນ 180 ແທງ, ແປ້ງຝຸ່ນ 7.250 ກິໂລກຣາມ, ຢຶດລົດໃຫຍ່ 19 ຄັນ, ເຮືອບັນທຸກສິນຄ້າ 3 ລຳ, ເງິນ ບາດ 15.000 ບາດ, ເງິນກີບ 1.000.000 ກີບ. ມີຄະດີຄາດຕະກຳເກີດຂື້ນ 3 ເລື່ອງ ມີຜູ້ເສຍຊິວິດ 6 ຄົນ ສັນຊາດຈີນ 4 ຄົນ ລາວ1 ຄົນ ແລະ ມຽນມ່າ 1 ຄົນ,

