ຊ່ຽວຊານແພດ ສປ ຈີນມາຊ່ວຍລາວຮັບມືໂຄວິດ-19 ຕື່ມອີກ

ວັນທີ 7 ເມສານີ້, ຢູ່ທີ່ສະຫນາມບິນຫລວງພະບາງ ທ່ານ ວົງສະຫວັນ ເທບພະຈັນ ຮອງເຈົ້າແຂວງ ແລະ ທ່ານ ຫຼີ່ ຈືກົງ ຫົວໜ້າກົງສູນໃຫຍ່ ສປ ຈີນ ປະຈໍາພາກ ເໜືອ ໄດ້ອອກຕ້ອນຮັບ ຄະນະຊ່ຽວຊານແພດໝໍ ສປຈີນ ທີ່ເດີນທາງມາຊ່ວຍຫຼວງພະບາງຮັບມືກັບການລະບາດຂອງພະຍາດໂຄວິດ-19,ພາຍຫຼັງ ສ ປ ປ ລາວ ໄດ້ຮັບການຢືນຢັນວ່າມີຜູ້ຕິດເຊື້ອ ຄັ້ງທໍາອິດ ໃນວັນທີ 24 ມີນາເປັນຕົ້ນມາ, ໂດຍພາຍໃຕ້ທິດຊີ້ນໍາຂອງທ່ານ ປະທານປະເທດ ສີຈີນຜີ້ງ, ກະຊວງສາທາລະນະສຸກ ສປ ຈີນ ຈິ່ງໄດ້ສົ່ງຄະນະເເພດຊ່ຽວຊານ ມາຊ່ວຍເຫຼືອລາວ,ບົນຈິດໃຈຄວາມສາມັກຄີຮັກແພງ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ລະຫ່ວາງສອງປະເທດ ລາວ- ຈີນ ທີ່ມີມາແຕ່ດົນນານແລ້ວນັ້ນໃຫ້ນັບມື້ແຫນ້ນແຟ້ນ ແລະ ແຕກດອກອອກຜົນຫງອກງາມຍິ່ງໆຂຶ້ນ.

ໃນການເດີນທາງມາຊ່ວຍເຫລືອຫລວງພະບາງຄັ້ນນີ້, ທິມແພດດັ່ງກ່າວຍັງໄດ້ນຳເອົາອຸປະກອນການແພດ ແລະ ຢາປົວພະຍາດທີ່ຈຳເປັນ ລວມມີມູນຄ່າຫລາຍກ່ວາ 4 ລ້ານຢວນເພື່ອມາ ສົມທົບກັບທີມງານເເພດຫມໍລາວ ແລະກຽມພ້ອມທັງຈັດຝຶກອົບຮົມໃຫ້ແພດຫມໍໃນ 8 ແຂວງພາກເໜືອຂອງລາວເພື່ອຍົກສູງຄວາມອາດສາມາດວາງແຜນຮັບມືກັບການລະບາດພະຍາດໂຄວິດ-19ເປັນເວລາ 3 ວັນ.

ຈາກນັ້ນທີມແພດຊ່ຽວຊານ ສປ ຈີນ ດັ່ງກ່າວກໍໄດ້ແບ່ງອອກເປັນສອງທິມປະຈໍາພາກເໜືອຄືຢູ່ຫຼວງພະບາງ ແລະ ໄປປະຈໍາພາກໃຕ້ແມ່ນຢູ່ແຂວງຈໍາປາສັກ,ປະກອບມີ: ຊ່ຽວຊານເລື່ອງການສືບເຊື້ອວິທະຍາ,ຊ່ຽວຊານມໍລະສຸມ,ຊ່ຽວຊານລະບາດວິທະຍາວິເຄາະການເເພດ ທີ່ຈະໃຫ້ຄວາມຮູ້ ແລະ ບົດຮຽນຕ່າງໆໃນການປິ່ນປົວ ແລະ ຄວບຄຸມການລະບາດຂອງພະຍາດດັ່ງກ່າວ.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ