ເມສຊີ ເລືອກແລ້ວວ່າຈະຢູ່ຕໍ່ຫລືຍຍ້າຍຫນີ ເປແອສເຊ ຫລັງຈົບລະດູການນີ້

 

ສື່ອັງກິດລາຍງານວ່າ ລີໂອເນລ ເມສຊີ ກອງຫນ້າຊຸບເປີສະຕາ ປາຣີສ ແຊັງ ແຊັກແມັງ ຕັດສິນໃຈທີ່ຈະຢູ່ກັບ ເປແອສເຊ ຕໍ່ໄປຫລັງຈົບລະດູການນີ້.

ສຳລັບ ເມສຊີ ຍ້າຍຈາກ ບາເຊໂລນາ ມາຢູ່ກັບ ປາຣີສ ແຊັງ ແຊັກແມັງ ໃນລະດູການນີ້ ແນວໃດກໍຕາມລາວພັດບໍ່ສາມາດງັດຟອມເກ່ັງອອກມາໄດ້ ດ້ວຍການຍິງໄປພຽງ 7 ປະຕູຈາກການລົງສະຫນາມ 26 ນັດທຸກລາຍການ ນອກຈາກນັ້ນແລ້ວ ລາວຍັງບໍ່ສາມາດພາທີມໄປເຖິງຝັນໄດ້ໃນການແຂ່ງຂັນ ຢູຟາ ແຊ໊ມປຽນ ລີກ ລະດູການນີ້ ດ້ວຍການຈອດປ້າຍພຽງຮອບ 16 ທີມເທົ່ານັ້ນ.

ຈາກຜົນງານທີ່ເກີດຂຶ້ນເຮັດໃຫ້ນັກເຕະອາຍຸ 34 ປີ ຖືກວິຈານຢ່າງຫນັກຫນ່ວງ ລວມເຖິງຖືກແຟນບານທີມຕົນເອງຮ້ອງໂຫ່ໄລ່ ຈົນມີຂ່າວວ່າ ເມສຊີ ອາດຕັດສິນໃຈທີ່ຈະອຳລາຖິ່ນ ປາກ ເດ ແພຣງ ຫລັງຈົບລະດູການນີ້ ໂດຍມີ ບາເຊໂລນາ ຕົ້ນສັງກັດເກ່ົາໃຫ້ຄວາມສົນໃຈ.

ຫລ້າສຸດແຫລ່ງຂ່າວທີ່ໃກ້ຊິດກັບ ເມສຊີ ເປີດເຜີຍກັບ Sportmail ວ່າ : ເມສຊີ ບໍ່ມີແຜນທີ່ຈະອຳລາ ເປແອສເຊ ເທື່ອ ພ້ອມລະບຸວ່າຈະພະຍາຍາມເອົາຊະນະໃຈແຟນບານໃຫ້ໄດ້ ‘‘ ລາວເປັນຜູ້ຊະນະ ແລະ ຕັ້ງໃຈທີ່ຈະປ່ຽນສຽງໄລໂຫ່ໃຫ້ເປັນສຽງເຊຍໃນອີກບໍ່ເທົ່າໃດເດືອນຂ້າງຫນ້າ ’’.

ນອກຈາກນັ້ນມີລາຍງານວ່າ ດາວເຕະທີມຊາດອາເຈນຕານີ ບໍ່ເຄີຍຕິດຕໍ່ກັບ ບາເຊໂລນາ ແຕ່ຢ່າງໃດນັບຕັ້ງແຕ່ອອກຈາກທີມເມື່ອລະດູການຜ່ານມາ.