ປກສ ເມືອງບຸນໃຕ້  ທຳລາຍອາວຸດລ່າເນື້ອ ແລະ ວັດຖຸຜິດກົດໝາຍ ທີ່ເກັບກູ້ຈາກຜູ້ນຳໃຊ້ໂດຍບໍ່ໄດ້ຮັບການອະນຸຍາດ

ວັນທີ 16 ກຸມພາ  2022, ກອງບັນຊາການ ປກສ ເມືອງ ບຸນໃຕ້  ແຂວງຜົ້ງສາລີ ໄດ້ຈັດພິທີທຳລາຍອາວຸດລ່າເນື້ອ ແລະ ວັດຖຸຜິດກົດໝາຍ ທີ່ເກັບກູ້ຈາກຜູ້ນຳໃຊ້ໂດຍບໍ່ໄດ້ຮັບການອະນຸຍາດ ເຊິ່ງປະກອບມີ ອາວຸດລ່າເນື້ອ (ປືນແກັບ) 403 ກະບອກ, ໝໍ້າຊັອດປາ 4 ເຄື່ອງ, ກະໂພກດອກໄຟ 29 ບັ້ງ, ຢາປິ່ນປົວຄົນ ແລະ ສັດ; ປະເພດລອດ 95 ລອດ, ຊະນິດຖົງ 430 ຖົງ, ຊະນິດແຕະ 430 ແຕະ, ຊະນິດກັບ 740 ກັບ ລວມທັງໝົດແມ່ນ2,126 ລາຍການ ເຊິ່ງທຳລາຍດ້ວຍຮູບການຂຸດຂຸມແລ້ວຖົມລົງໃນຂຸມຢ່າງແໜ້ນໜາດີ.
ไม่มีคำอธิบายรูปภาพ
ໃນພິທີ, ທ່ານ ພັນໂທ ອຸດອນ ສຸວົງໄຊ  ຫົວໜ້າກອງບັນຊາການ ປກສ ເມືອງບຸນໃຕ້ ໄດ້ລາຍງານໃຫ້ຮູ້ວ່າ: ການທຳລາຍອາວຸດເສີກ, ອາວຸດລ່າເນື້ອ ແລະ ວັດຖຸຜິດກົດໝາຍ ແມ່ນປະຕິບັດຕາມຄຳສັ່ງຂອງກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 563/ປກສ, ລົງວັນທີ ວ່າດ້ວຍການຮີບໂຮມຂຶ້ນບັນຊີຄຸ້ມຄອງອາວຸດເສິກ ແລະ ຄຳແນະນຳຂອງປະທານ ປກຊ-ປກສ ແຂວງຜົ້ງສາລີ ສະບັບເລກທີ 13/ປກຊ-ປກສ ລົງວັນທີ 13 / 3 / 2012 ວ່າດ້ວຍການເກັບກູ້ອາວຸດເສິກ, ປືນລ່າເນື້ອຈາກບຸກຄົນ ແລະ ນິຕິບຸກຄົນ ໂດຍມີຈຸດປະສົງເພື່ອແນໃສ່ເຮັດໃຫ້ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ ແລະ ທັງເປັນການຫລຸດຜ່ອນການລ່າສັດປະເພດຫ່ວງຫ້າມ, ທີ່ໃກ້ຈະສູນພັນ ແລະ ສັດຊະນິດຕ່າງໆ.
ເພື່ອເຮັດໃຫ້ສັດນ້ຳ-ສັດປ່າ ມີຄວາມອຸດົມສົມບູນ ແລະ ຢືນຍົງຕະຫລອດໄປ.
อาจเป็นรูปภาพของ 1 คน และ กลางแจ้ง