ກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນສະໄໝພິເສດ ທົບທວນຄືນ ການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນໍາອາຊຽນ

ວັນທີ 27 ຕຸລາ 2022 ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ,ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາ ພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ ສະໄໝພິເສດ ເພື່ອທົບທວນຄືນ ການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນໍາອາຊຽນ ທີ່ ໄດ້ຮັບຮອງເອົາໃນວັນທີ 24 ເມສາ 2021 ແລະ ປຶກສາຫາລື ບັນດາຂໍ້ສະເຫນີແນະ ເພື່ອສະເໜີ ຕໍ່ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 40 ໃນ ຕົ້ນເດືອນ ພະຈິກ 2022 ນີ້.
ກອງປະຊຸມໄດ້ຕີລາຄາສູງ ຕໍ່ບົດບາດຂອງປະທານອາຊຽນ, ໂດຍສະເພາະ ທູດພິເສດຂອງປະທານອາຊຽນ ຕໍ່ບັນຫາມຽນມາ ຊຶ່ງລວມທັງບຣູໄນ (ປີ 2021) ແລະ ກໍາປູເຈຍ (ປະທານປັດຈຸບັນ) ທີ່ໄດ້ເຄື່ອນໄຫວຢ່າງຫ້າວຫັນ ແລະ ສ້າງສັນ ໃນການຊຸກຍູ້ການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນໍາອາຊຽນ ແລະ ພ້ອມນີ້, ກໍຊົມເຊີຍ ກອງເລຂາອາຊຽນ ແລະ ສູນປະສານງານຊ່ວຍເຫຼືອດ້ານມະນຸດສະທໍາອາຊຽນ ຕໍ່ຄວາມຄືບຫນ້າໃນການຊ່ວຍເຫລືອທາງດ້ານມະນຸດສະທໍາ ແກ່ປະຊາຊົນມຽນມາ ທີ່ໄດ້ຮັບຜົນກະທົບຈາກ ສະພາບການພາຍໃນມຽນມາ ແລະ ຊຸກຍູ້ໃຫ້ ກອງເລຂາ ແລະ ສູນປະສານງານດັ່ງກ່າວ ສືບຕໍ່ຄວາມພະຍາຍາມ ໃນການຊ່ວຍເຫຼືອປະຊາຊົນມຽນມາໃນເຂດຕ່າງໆທົ່ວປະເທດ ໃຫ້ໄດ້ຮັບການ ຊ່ວຍເຫຼືອໄດ້ຢ່າງທົ່ວເຖິງ.
ກອງປະຊຸມຍັງໄດ້ເຫັນດີຊຸກຍູ້ ໃຫ້ທູດພິເສດຂອງປະທານກໍາປູເຈຍສືບຕໍ່ປະສານສົມທົບກັບທຸກ ຝ່າຍທີ່ກ່ຽວຂ້ອງໃນມຽນມາ ໃນການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນໍາອາຊຽນໃຫ້ມີປະສິດທິຜົນ ເພື່ອກ້າວໄປສູ່ການແກ້ໄຂບັນຫາພາຍໃນຂອງມຽນມາຢ່າງສັນຕິວິທີ, ການຟື້ນຟູສັນຕິພາບ ແລະ ສ້າງຄວາມ ປອງດອງ ແຫ່ງຊາດ ໂດຍໄວ.