ລາວ ແລະ ສະຫະພາບເອີຣົບ ໃຫ້ຄວາມສໍາຄັນດ້ານວຽກງານໂພຊະນາການ ແລະ ການຄໍ້າປະກັນດ້ານສະບຽງອາຫານ

ວັນທີ 22 ກັນຍາ 2023, ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ອີນາ ມາຈູລໍນີເຕ (Ms. Ina Marciulionyte) ເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈໍາ ສປປ ລາວ, ທ່ານ ດຣ. ເພຍ ເຣເບລໂລ ບຣິດໂຕ (Dr. Pia Rebello Britto) ຜູ້ຕາງໜ້າອົງການອຸຍນີເຊັບ ປະຈຳລາວ ພ້ອມດ້ວຍຄະນະ.
ທ່ານຮອງນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ສະຫະພາບເອີຣົບ ແລະ ອົງການຢູນີເຊັບ ທີ່ໃຫ້ການຮ່ວມມື ແລະ ຊ່ວຍເຫລືອ ສປປ ລາວ ຕະຫລອດໄລຍະຜ່ານມາໂດຍສະເພາະໃນຂົງເຂດວຽກງານໂພຊະນາການ ເຊິ່ງໄດ້ປະກອບສ່ວນທີ່ສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໂດຍສະເພາະຊ່ວຍໃນການຍົກລະດັບຄຸນນະພາບດ້ານສຸຂະພາບ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ດີຂຶ້ນເທື່ອລະກ້າວ, ລັດຖະບານ ແຫ່ງ ສປປ ລາວ ໄດ້ໃຫ້ຄວາມສໍາຄັນດ້ານວຽກງານໂພຊະນາການ ແລະ ການຄໍ້າປະກັນດ້ານສະບຽງອາຫານ ໂດຍໄດ້ແຕ່ງຕັ້ງ ຄະນະກໍາມະການດ້ານໂພຊະນາການຂັ້ນສູນກາງ ຮອດທ້ອງຖິ່ນ ເປັນຜູ້ຈັດຕັ້ງປະຕິບັດວຽກງານດັ່ງກ່າວ, ພ້ອມທັງ ໄດ້ມີການຈັດກອງປະຊຸມແຫ່ງຊາດ ດ້ານໂພຊະນາການແຫ່ງຊາດ ຄັ້ງທີ VIII ແລະ ກອງປະຊຸມຄະນະກໍາມະການແຫ່ງຊາດດ້ານໂພຊະນາການ ປະຈໍາປີ ເພື່ອປຶກສາຫາລືເຖິງສິ່ງທ້າທາຍ ແລະ ທົບທວນຄືນ ເຖິງຄວາມຄືບໜ້າໃນການແກ້ໄຂບັນຫາການຂາດໂພຊະນາການໃນ ສປປ ລາວ ແລະ ເອກະພາບແຜນບຸລິມະສິດສໍາລັບປີ 2023.
ພ້ອມນີ້ ກໍສະແດງຄວາມຊົມເຊີຍເປັນຢ່າງຍິ່ງຕໍ່ການຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການຢູນີເຊັບ ຄົບຮອບ 50 ປີ ແຕ່ປີ 1973-2023 ແລະ ໃນຕໍ່ໜ້າ ຫວັງຢ່າງຍິ່ງວ່າ ສະຫະພາບເອີຣົບ ແລະ ອົງການຢູນີເຊັບ ຈະສືບຕໍ່ຊຸກຍູ້ຊ່ວຍເຫລືອດ້ານຕ່າງໆໃນຂອບການຮ່ວມມືທີ່ໄດ້ຕົກລົງກັນ ໂດຍສະເພາະດ້ານເຕັກນິກວິຊາການ ເພື່ອຖ່າຍທອດຄວາມຮູ້ ແລະ ສ້າງຂີດຄວາມສາມາດ ໃຫ້ແກ່ພະນັກງານຂອງພາກສ່ວນກ່ຽວຂ້ອງທັງຂັ້ນສູນກາງ ແລະ ທ້ອງຖິ່ນ ໃຫ້ມີຄວາມເຂັ້ມແຂງ, ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງການພັດທະນາໃນແຕ່ລະໄລຍະ; ສະເໜີສືບຕໍ່ໃຫ້ການສະໜັບສະໜູນ ແລະ ປະສານສົມທົບກັບຄູ່ຮ່ວມພັດທະນາອື່ນ ໃນການຈັດຕັ້ງປະຕິບັດແຜນງານໃນແຕ່ລະໄລຍະ ໃຫ້ບັນລຸຕາມຈຸດປະສົງ ແລະ ລະດັບຄາດໝາຍ ທີ່ກຳນົດໄວ້. ທັງຈະຊີ້ນຳໃຫ້ກະຊວງກ່ຽວຂ້ອງ ໃນການປັບປຸງກົນໄກການປະສານງານ ໃຫ້ໂລ່ງລ່ຽນ ແລະ ການຄຸ້ມຄອງການຈັດຕັ້ງປະຕິບັດໂຄງການໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ໂປ່ງໃສ.

