ລາຍງານ UN ລະບຸ ທົ່ວໂລກຈະປ່ອຍມົນລະພິດເພີ່ມ 10,6% ພາຍໃນປີ 2030

ຕາມລາຍງານຂອງສະຫະປະຊາຊາດ (UN) ຖ້າຫລາຍປະເທດປະຕິບັດຕາມພັນທະກໍລະນີດ້ານສະພາບອາກາດໃນປັດຈຸບັນ ການປ່ອຍແກັສເຮືອນແກ້ວທົ່ວໂລກຈະເພີ່ມຂຶ້ນປະມານ 10,6% ພາຍໃນປີ 2030 ເມື່ອທຽບໃສ່ປີ 2010.

ວັນທີ 27 ຕຸລາ 2022, ສຳນັກຂ່າວຣອຍເຕີລາຍງານວ່າ: ຄະນະກຳມະການລະຫວ່າງລັດຖະບານວ່າດ້ວຍການປ່ຽນແປງສະພາບອາກາດແຫ່ງສະຫະປະຊາຊາດ (IPCC) ກ່າວວ່າ: ການຫລຸດການປ່ອຍແກັສເຮືອນແກ້ວ 43% ພາຍໃນປີ 2030 ຄືສິ່ງຈຳເປັນຕໍ່ການຈຳກັດຄວາມຮ້ອນໄວ້ໃນລະດັບ 1,5 ອົງສາ ເໜືອລະດັບອຸນຫະພູມກ່ອນຍຸກອຸດສາຫະກຳ.

ຂະນະທີ່ບັນດາຜູ້ນຳລະດັບໂລກຄາດວ່າຈະມາລວມຕົວກັນຢູ່ເມືອງຊາມ ເອລ-ລີກ ໃນອີຢິບ ເພື່ອເຂົ້າຮ່ວມສຸດຍອດກອງປະຊຸມອະນຸສັນຍາສະຫະປະຊາຊາດວ່າດ້ວຍການປ່ຽນແປງສະພາບອາກາດ (UNFCCC) ຄັ້ງທີ 27 ໃນວັນທີ 6 ພະຈິກນີ້ ຜູ້ຊ່ຽວຊານຫລາຍຄົນກ່າວວ່າ: ຈຳເປັນຕ້ອງມີການດຳເນີນງານເພີ່ມອີກຢ່າງຮີບດ່ວນ.

ເຖິງຢ່າງໃດກໍຕາມ, ການປ່ອຍມົນລະພິດທີ່ເພີ່ມຂຶ້ນ 10,6% ສະແດງເຖິງຄວາມຄືບໜ້າເລັກໜ້ອຍ ຫລັງຈາກການປະເມີນຂອງ UN ໃນປີຜ່ານມາ ພົບວ່າ: ຫລາຍປະເທດມີທ່າອ່ຽງປ່ອຍມົນລະພິດເພີ່ມຂຶ້ນເຖິງ 13,7% ໃນປີ 2030.