ກອງປະຊຸມລັດຖະບານ ປະຈໍາເດືອນ ຕຸລາ 2022 ໄດ້ໄຂຂຶ້ນ ໃນຕອນເຊົ້າຂອງວັນທີ 26 ຕຸລາ ແລະ ອັດລົງໃນວັນທີ 27 ຕຸລາ 2022 ທີ່ສໍານັກງານນາຍົກລັດຖະມົນຕີ ພາຍໃຕ້ການເປັນປະທານຂອງ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກບັນດາກະຊວງ ເຂົ້າຮ່ວມ.
ແຜນວຽກຈຸດສຸມເດືອນພະຈິກ 2022 ນີ້, ກໍແມ່ນເປັນການສຸມໃສ່ປະຕິບັດແຜນດຳ ເນີນງານ ຂອງລັດຖະບານ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃຫ້ເປັນຮູບປະທຳ ເພີ່ມຂຶ້ນ.
ໃນນັ້ນ ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຕາມແຜນການ, ພ້ອມທັງເພີ່ມທະວີການຕ້ານ ແລະ ແກ້ໄຂປາກົດການຫຍໍ້ທໍ້ໃນສັງຄົມ.
ຄຽງຄູ່ກັບການສືບຕໍ່ສຸມໃສ່ ຊຸກຍູ້ການຈັດເກັບລາຍຮັບ ໃຫ້ໄດ້ຕາມແຜນ, ແກ້ໄຂການຄຸ້ມຄອງ ແລະ ການສະໜອງເງິນຕາຕ່າງປະເທດ, ການຄຸ້ມຄອງບັນດາຮ້ານແລກປ່ຽນເງິນຕາຕ່າງ ປະເທດ, ການສະໜອງນໍ້າມັນເຊື້ອໄຟ, ການຄຸ້ມຄອງລາຄາສິນຄ້າ, ແກ້ໄຂບັນຫາໜີ້ສິນທັງພາຍໃນ ແລະ ຕ່າງປະເທດ ໃຫ້ເປັນໄປຕາມແຜນທີ່ກຳນົດໄວ້, ທັງສືບຕໍ່ແກ້ໄຂຜົນກະທົບຈາກໄພນໍ້າຖ້ວມຢູ່ບາງແຂວງຈຳນວນໜຶ່ງ ໃຫ້ກັບຄືນມາສູ່ສະພາບປົກກະຕິໂດຍໄວ ລວມທັງ ການປ້ອງກັນ ແລະ ແກ້ໄຂການລະບາດຂອງພະຍາດ ຕາມລະດູການ ພ້ອມກັນນັ້ນ, ກໍສືບຕໍ່ຈັດຕັ້ງປະຕິບັດແນວທາງການຕ່າງ ປະເທດຂອງພັກໃຫ້ມີປະສິດທິຜົນ.
ເພື່ອໃຫ້ທິດທາງແຜນວຽກຈຸດສຸມເດືອນພະຈິກ 2022 ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງເປັນຮູບປະທໍາ, ກອງປະຊຸມໄດ້ຊີ້ນໍາໃຫ້ ບັນດາສະມາຊິກລັດຖະບານ ຈົ່ົງນໍາເອົາຜົນກອງປະຊຸມລັດຖະບານຄັ້ງນີ້ ໄປຫັນເປັນແຜນຈັດຕັ້ງປະຕິບັດຂອງຂະແໜງການຕົນໃຫ້ລະອຽດ, ມີການແບ່ງຄວາມຮັບ ຜິດຊອບໃຫ້ການຈັດຕັ້ງ, ບຸກຄະລາກອນຢູ່ໃນແຕ່ລະຂັ້ນ ແລະ ມີຄາດໝາຍຊັດເຈນ ໃນແຕ່ລະໄລຍະໃຫ້ຈະແຈ້ງ, ສອດຄ່ອງກັບເງື່ອນໄຂສະພາບຄວາມເປັນຈິງ ຂອງແຕ່ຂະແໜງການໃຫ້ໄດ້ຮັບຜົນດີ.