ກຳມະບານລາວຮຽກຮ້ອງໃຫ້ຜູ້ໃຊ້ແຮງງານມີນະໂຍບາຍທີ່ເຫມາະສົມຕໍ່ຜູ້ອອກແຮງງານ

ທ່ານ ພອນສານ ວິໄລມັ້ງ ຫົວໜ້າກົມປົກປ້ອງແຮງງານ ສູນກາງສະຫະພັນກຳມະບານລາວ ໃຫ້ຮູ້ວ່າ: ໃນນາມຕາງຫນ້າຜູ້ອອກແຮງງານ ພາຍຫລັງເກີດການລະບາດເຊື້ອໂຄວິດ-19 ເຮັດໃຫ້ແຮງງານຈຳນວນຫລາຍຕ້ອງຫວ່າງວຽກ, ສະນັ່ນ ຜູ້ອອກແຮງງານທີ່ໄດ້ຮັບຜົນກະທົບຈາກການລະບາດຂອງ ໂຄວິດ- 19 ກໍ່ຄວນໄດ້ຮັບເງິນຊົດເຊີຍຕາມສິດ ແລະ ຜົນປະໂຫຍດຂອງເຂົາເຈົ້າໃນໄລຍະພັກວຽກເນື່ອງມາຈາກຖືກເລີກຈ້າງງານຍ້ອນການລະບາດຂອງພະຍາດ ທີ່ບໍ່ແມ່ນພະຍາດຕາມລະດູການ ຕາມລະບຽບ ແລະ ກົດໝາຍແຮງງານ.

ປັດຈຸບັນ ເຖິງແມ່ນວ່າສູນກາງສະຫະພັນກາງກຳມະບານລາວ ແລະ ກະຊວງທີ່ກ່ຽວຂ້ອງໄດ້ທວງໃຫ້ຜູ້ປະກອບການຕ້ອງປະຕິບັດລະບຽບ ແລະ ກົດໝາຍແຮງງານ ແຕ່ພວກເຮົາຍອມຮັບວ່າພົບຄວາມຫຍຸ້ງຍາກຫຼາຍ ເພາະມີຫຼາຍບໍລິສັດ ແລະ ໂຮງງານຍັງບໍ່ທັນໄດ້ຈ່າຍເງິນຊົດເຊີຍໃຫ້ກັບກຳມະກອນ ຫຼື ລູກຈ້າງຂອງຕົນໃນໄລຍະພັກວຽກຍ້ອນການແຜ່ລະບາດຂອງໂຄວິດ-19 ໂດຍພວກເຂົາເຈົ້າອ້າງເຖິງຄວາມຈຳເປັນຂອງບໍລິສັດ ແລະ ຫຼາຍເຫດຜົນ ເພື່ອບໍ່ຢາກຈ່າຍເງິນຊົດເຊີຍ.

ທ່ານ ພອນສານ ວິໄລມັ້ງ ໃຫ້ຮູ້ວ່າ: ຜ່ານມາອົງການກຳມະບານລາວ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ສະພາການຄ້າ ແລະ ອຸດສາຫະກໍາ ໄດ້ຈັດກອງປະຊຸມປຶກສາຫາລືການຊ່ວຍເຫຼືອຜູ້ອອກແຮງງານທີ່ໄດ້ຮັບຜົນກະທົບໄດ້ຮັບການແກ້ໄຂ ຢ່າງທ່ວງທັນກັບສະພາບການ ເນື່ອງຈາກຜູ້ແຮງງານທີ່ຖືກເລີກຈ້າງງານ ການໂຈະ ແລະ ປິດກິດຈະການ, ຜູ້ອອກແຮງງານທີ່ຂໍລາອອກ ແລະ ບັນຫາຕ່າງໆ ເພື່ອກະກຽມແຜນການ ແລະ ໃຫ້ການຊ່ວຍເຫຼືອຜູ້ອອກແຮງງານທີ່ໄດ້ຮັບຜົນກະທົບ.

ປັດຈຸບັນ ສູນກາງສະຫະພັນກຳມະບານລາວ ແລະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກຳລັງຕິດຕາມສະພາບການ ຕ່າງໆ, ເກັບກຳຂໍ້ມູນ ແລະ ລາຍງານສະພາບຢ່າງປົກກະຕິ; ສະຫະພັນກຳມະບານແຂວງ, ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ແລະ ນະຄອນຫຼວງ, ສູນບໍລິການຈັດຫາງານ ແລະ ບໍລິສັດຈັດຫາງານ ເພື່ອຕິດຕາມ ແລະ ເກັບຂໍ້ມູນຂອງຜູ້ອອກແຮງງານ ເພື່ອສະເໜີຕໍ່ລັດຖະບານໃຫ້ພິຈາລະນາການຊ່ວຍເຫຼືອ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ