ອິນເດຍ ສົ່ງດາວທຽມ 36 ດວງ ຂຶ້ນສູ່ວົງໂຄຈອນ ປະສົບຜົນສຳເລັດ

ສຳນັກ​ຂ່າວ ຊິນ​ຮວາ​ ລາຍ​ງານ ​ໃນວັນ​ທີ 23 ຕຸລາ 2022​ ທີ່ຜ່ານມາວ່າ: ອົງ​ກອນ​ວິ​ໄຈ ອາ​ວະ​ກາດ ອິນ​ເດຍ (ISRO ) ປະສົບ​ຄວາມ​ສຳ​ເລັດ​ ໃນ​ການປ່ອຍ​ດາວ​ທຽມ 36 ດວງ ​ໂດຍ​ໃຊ້​ ຈະ​ຫລວດ ​ແອ​ລວີ​ເອັມ3 (LVM3)  ທີ່​ມີນໍ້າໜັກ ຫລື ​ກຳລັງ​ສົ່ງ ຫລາຍ​ທີ່​ສຸດ​ຂອງ​ປະ​ເທດ.

ດາວ​ທຽມ ​ດັ່ງກ່າວ ໄດ້ຖືກປ່ອຍ​ ອອກຈາກ​ ສູນອາ​ວະ​ກາດ​ສາທິດ ທາ​ວັນ (SDSC) ​ໃນ​ເມືອງ ສີລີ​ໂກ​ຖາ ໃນບໍລິເວນ ທາງ​ພາກ​ໃຕ້​ຂອງອິນ​ເດຍ ເຊິ່ງ​ພາລະກິດ ​ແອ​ລວີ​ເອັມ 3 ​ເອັມ 2 (LVM3 M2 ) ວັນ​ເວັບ ອິນ​ເດຍ-1 (OneWeb India-1) ໄດ້ປະສົບ​ຜົນສຳ​ເລັດ​ ຢ່າງຈົບງາມ, ​ໂດຍ​ດາວ​ທຽມ​ທັງ 36 ດວງນີ້ ໄດ້ຖືກ​ສົ່ງ​ຂຶ້ນ ສູ່​ວົງ​ໂຄຈອນ ​ຕາມເປົ້າ​ໝາຍ ທີ່ກຳນົດ​ໄວ້, ພາລະກິດ ​ແອ​ລວີ​ເອັມ 3 ​ເອັມ 2 ​ເປັນ​ພາລະກິດ ​ເຊິ່ງການ​ຄ້າ ສຳລັບ​ລູກ​ຄ້າ ຕ່າງປະ​ເທດ ​ເຊັ່ນ​ວັນ​ເວັບ (OneWeb), ຜູ້​ໃຫ້​ບໍລິການ ອິນ​ເຕີ​ເນັດ ຜ່ານ​ດາວ​ທຽມບຣອດ​ແບນ ໂດຍຜ່ານ​ການ​ດຳ​ເນີນ​ງານ​ ຂອງ ບໍລິສັດ ນີວສະ​ເປັ​ຊ ​ອິນ​ເດຍ ຈຳກັດ (NSIL) ທີ່​ລັດຖະບານອິນ​ເດຍ ​ເປັນ​ເຈົ້າ​ຂອງອົງການ ໄດ້ກ່າວ​ວ່າ ພາ​ລະ​ກິດໃນຄັ້ງ​ນີ້ ​ເປັນ​ພາລະກິດ ການ​ສົ່ງ​ດາວ​ທຽມ ຈຳນວນ 36 ດວງ ຂອງ ​ວັນ​ເວັບ ຂຶ້ນ​ສູ່​ວົງ​ໂຄຈອນ​ຕໍ່າ (LEO) ​ເປັນ​ຄັ້ງ​ທຳ​ອິດ ເຊິ່ງ​ດາວ​ທຽມ ​ດັ່ງກ່າວ​ນີ້ ທີ່​ຈະ​ຫລວດ ​ແອ​ລວີ​ເອັມ 3 ນໍາ​ຂຶ້ນ​ໄປ ມີ​ນໍ້າໜັກ 5.796 ກິ​ໂລກຣາມ ເຊິ່ງເປັນຕົວເລກ​ຫລາຍ​ທີ່​ສຸດນັບ​ຕັ້ງ​ແຕ່​ເຄີຍ​ມີ​ມາ.