ໂອກາດທອງ! ສື່ດັງລາຍງານ ເຊວຊີ ກັບມາສົນໃຈ ໂຣນັລໂດ້ ເຊື່ອວ່າຕະຫລາດນັກເຕະຮອບນີ້ ເຊວຊີ ເອົາແທ້

ເດລີ່ ເມລ ສື່ດັງຂອງອັງກິດລາຍງານວ່າ ເຊວຊີ ອາດເດີນເຄື່ອງຕາມລ່າ ຄຣິສເຕຍໂນ ໂຣນັລໂດ້ ໃນເດືອນມັງກອນທີ່ຈະເຖິງນີ້. ໃນເບື້ອງຕົ້ນ ທັອດ ໂບລີ່ ເຈົ້າຂອງຮ່ວມທີມ “ສິງບຣູ” ເຄີຍຄິດທີ່ຈະດຶງຕົວມາໃນຊ່ວງລະດູຮ້ອນທີ່ຜ່ານມາ ແຕ່ບັນຫາຕິດຢູ່ທີ່ ໂທມັສ ທູ່ເຄິນ ບໍ່ຕ້ອງການ
ອະນາຄົດຂອງ ໂຣນັລໂດ້ ຢູ່ ແມນເຊັສເຕີ ຢູໄນເຕັດ ກໍ່ເຕັມໄປດ້ວຍຄວາມບໍ່ແນ່ນອນນັບຕັ້ງແຕ່ລະດູຮ້ອນທີ່ຜ່ານມາ. ຈາກເວລານັ້ນທີ່ເຂົາຕ້ອງການຍ້າຍທີມຈົນໃຫ້ ຈອສ ເມັນເດສ ຕົວແທນຂອງເຂົາໄປຈະເຈລະຈາກັບທີມຕ່າງໆ ກ່ອນສຸດທ້າຍຈະບໍ່ສໍາເລັດ ແລະ ປັດຈຸບັນສະຖານະການຂອງເຂົາກໍ່ຮ້າຍແຮງຂຶ້ນອີກເມື່ອເຂົາບໍ່ຍອມຢູ່ໃຫ້ກຳລັງໃຈເພື່ອນຮ່ວມທີມໃຫ້ຈົບການແຂ່ງຂັນ ໃນນັດທີ່ຜີສາດແດງຊະນະ ສະເປີ 2-0, ສົ່ງຜົນໃຫ້ ເອຣິກ ເທນຮາກ ຜູ້ຈັດການທີມ ລົງໂທດໃນເວລາຕໍ່ມາ
ທັງນີ້ ເຊວຊີ ເປັນໜຶ່ງໃນສະໂມສອນທີ່ມີຂ່າວເຊື່ອມໂຍງກັບ ໂຣນັລໂດ້ ໃນຕະຫລາດຮອບກ່ອນໜ້ານີ້ ເນື່ອງຈາກ ທັອດ ໂບລີ່ ເຈົ້າຂອງຮ່ວມທີມຂອງ ເຊວຊີ ຊື່ນຊົມ ໂຣນັລໂດ້ ຫລາຍ ແລະ ຍັງມີຄວາມໃກ້ຊິດກັບ ຈອສ ເມັນເດສ ຕົວແທນຂອງຍນັກເຕະໄວ 37 ປີ ແຕ່ໃນທີ່ສຸດ ຂໍ້ຕົກລົງດັງກ່າວບໍ່ໄດ້ເກີດຂຶ້ນຍ້ອນວ່າຜູ້ຈັດການທີມ ເຊວຊີ ໂທມັສ ທູ່ເຄິນ ບໍ່ໄດ້ຕ້ອງການ ໂຣນັລໂດ້ ມາຮ່ວມທີມ, ເຊິ່ງ ທັອດ ໂບລີ່ ກໍ່ບໍ່ຕ້ອງການທີ່ຈະເຮັດຂັດໃຈຕໍ່ Tuchel ທູ່ເຄິນ
ຢ່າງໃດກໍຕາມ, ເດລີ່ ເມລ ລະບຸວ່າຫລັງຈາກ ທູ່ເຄິນ ບໍ່ໄດ້ຢູ່ໃນສະໂມສອນແລ້ວ ໂບລີ່ ອາດຈະພິຈາລະນາການດຶງໂຕ ໂຣນັລໂດ້ ອີກເທື່ອຫນຶ່ງ ແຕ່ຍັງບໍ່ຮູ້ວ່າ ແກຣມ ພັອດເຕີ ຜູ້ຈັດການທີມຄົນປະຈຸບັນ ຈະເຫັນດ້ວຍຫລືບໍ່.

