ເຈົ້າໜ້າທີ່ທະຫານຊາຍແດນ 324 ແຂວງສະຫວັນນະເຂດ ບຸກຈັບເຮືອຕ້ອງສົງໄສຢູ່ກາງແມ່ນໍ້າຂອງ ພ້ອມຢາບ້າເກືອບ 2 ລ້ານເມັດ

ອີງຕາມຂ່າວຄວາມສະຫງົບລາຍງານວ່າ: ເຊົ້າເວລາປະມານ 2:10 ໂມງ ຂອງວັນທີ 20 ຕຸລາ 2022 ຜ່ານມາ, ເຈົ້າໜ້າທີ່ທະຫານຊາຍແດນ 324 ກອງບັນຊາການທະຫານ ແຂວງສະຫວັນນະເຂດ ກໍາລັງປະຕິບັດໜ້າທີ່ອອກກວດກາເຄື່ອນໄຫວຕະເວນຢູ່ໃນເຂດຄວາມຮັບຜິດຊອບຂອງຕົນໄດ້ພົບເຫັນເຮືອ ແລະ ຊາຍ 3 ຄົນ ຢູ່ໃນເຮືອຕ້ອງສົງໄສຢູ່ກາງລໍາແມ່ນໍ້າຂອງ ຈຸດບ້ານໂນນອຸດົມ ນະຄອນໄກສອນ ພົມວິຫານ ເໜືອປາກຫ້ວຍຄໍາກ້ານ, ເຊິ່ງໜ້າກັບບ້ານທ່າໄຄ້ ແຂວງມຸກດາຫານ (ປະເທດໄທ).
ຈາກນັ້ນ, ເຈົ້າໜ້າທີ່ຊາຍແດນ 324 ຈຶ່ງໄດ້ຕິດຕາມ ແລະ ກັກ ເຮືອຄັນດັ່ງກ່າວ ພ້ອມເຂົ້າຈັບກຸມພວກຖືກຫາໄດ້ 2 ຄົນ ຄື: ທ້າວ ກິໂຫລນ ອາຍຸ 53 ປີ ຢູ່ບ້ານຜັກຂະ ແລະ ທ້າວ ສຸວັນ ອາຍຸ 38 ປີ ຢູ່ບ້ານນາໂພ ທັງສອງຄົນຢູ່ນະຄອນໄກສອນພົມວິຫານ, ສ່ວນອີກຄົນໜຶ່ງແມ່ນ ໄດ້ເອົາຕົວຫລົບຫນີ. ໃນນັ້ນ, ກວດພົບເຫັນຂອງກາງຢາເສບຕິດ ຈໍານວນ 10 ເປົາ ມີ 997 ມັດ ຫລື ເທົ່າກັບ 1.994.000 ເມັດ, ພາຫະນະເຮືອຫາງຍາວ 1 ລໍາ ແລະ ຈັກຍີ່ຫໍ້ຮອນດ້າ 13 ແຮງມ້າ ພ້ອມທັງກັກຕົວເປົ້າໝາຍໄດ້ 2 ຄົນ ແລະ ເຄື່ອງຂອງກາງມາສອບສວນຂະຫຍາຍຜົນ.
ຜ່ານການສືບສວນ-ສອບສວນເບື້ອງຕົ້ນ ຜູ້ຖືກຫາທັງສອງຄົນໄດ້ໃຫ້ຂໍ້ມູນວ່າ: ຢາເສບຕິດປະເພດຢາບ້າທີ່ເຈົ້າໜ້າທີ່ຢຶດໄດ້ໃນຄັ້ງນີ້, ແມ່ນພວກກ່ຽວເປັນຄົນຮັບມາຂາຍຕໍ່ ໂດຍຂາຍຂ້າມໄປປະເທດໄທ ສ່ວນເຈົ້າຂອງຢາບ້າແມ່ນບໍ່ຮູ້ ແລະ ທີ່ຢູ່. ໃນວັນດຽວກັນເຈົ້າໜ້າທີ່ກອງບັນຊາການທະຫານ ແຂວງສະຫວັນນະເຂດ ຍັງໄດ້ນໍາຢາເສບຕິດຈໍານວນດັ່ງກ່າວມາມອບໃຫ້ເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງສະຫວັນນະເຂດ ສືບຕໍ່ດໍາເນີນການສອບສວນຂະຫຍາຍຜົນ, ມອບໂດຍ ທ່ານ ພັທ ແກ້ວ ຄໍາບຸນເລີຍ ຮອງຫົວໜ້າກອງບັນຊາການທະຫານແຂວງ ແລະ ຮັບໂດຍ ທ່ານ ພັທ ວົງຄໍາ ອິນທະບານ ຮອງຫົວໜ້າກອງບັນຊາການ ປກສ ແຂວງ.

