ເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະລົງຊຸກຍູ້ວຽກງານຄຸ້ມຄອງ-ຕິດຕາມ ແລະ ກວດກາບັນດາກິດຈະການລານພັກແຮ່ ໃນຂອບເຂດເມືອງລ້ອງແຈ້ງ

ໃນຕອນເຊົ້າຂອງວັນທີ 15 ກັນຍາ 2021 ນີ້ ທ່ານ ພົຕ ຄຳລຽງ ອຸທະໄກສອນ, ເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ວຽກງານຄຸ້ມຄອງ-ຕິດຕາມ ແລະ ກວດກາກິດຈະການລານພັກແຮ່ ຢູໃນຂອບເຂດເມືອງລ້ອງແຈ້ງ ແຂວງໄຊສົມບູນ ເພື່ອລົງກວດກາຕົວຈິງໃນສະໜາມລານພັກແຮ່ ຂອງ 2 ບໍລິສັດ ທີ່ມີສັນຍາຊື້-ຂາຍແຮ່ເຫຼັກຮ່ວມກັບບໍລິສັດແຮ່ເຫຼັກ ໂກເອໂກ ຈໍາກັດ ເປັນຕົ້ນແມ່ນ ສະໜາມລານພັກແຮ່ເຂດນໍ້າຜາໃຫຍ່ ບ້ານພັນໄຊຂອງບໍລິສັດ ແຮ່ເຫຼັກໂກເອໂກຈໍາກັດ ແລະ ສະໜາມລານພັກແຮ່ເຂດນໍ້າຜານ້ອຍ ບ້ານນໍ້າຊານ ຂອງບໍລິສັດ ແທງກົ່ງ-ຫວຽດຟາດ-ຮຸ່ງເກື່ອງ ຈໍາກັດ ທັງນີ້ກໍເພື່ອເປັນການຊຸກຍູ້ຈັດເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ຕາມແຜນທີ່ໄດ້ວາງໄວ້.
ອໍານວຍການບໍລິສັດຫລອມໂລຫະແຮ່ທາດ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານ ສັນຍາຂຸດຄົ້ນ ແລະ ປຸງແຕ່ງແຮ່ເຫຼັກ ຢູ່ເຂດບ້ານນໍ້າຊານ, ເມືອງລ້ອງແຈ້ງ ແຂວງໄຊສົມບູນ ໄດ້ລົງທຶນຂຸດຄົ້ນປຸງແຕ່ງແຮ່ເຫຼັກ ຕັ້ງແຕ່ປີ 2017 ຈົນເຖິ່ງປັດຈຸບັນ. ໃນນີ້ມີເນື້ອໃນຂຸດຄົ້ນທັງໝົດ ແມ່ນ 6,4 ກິໂລຕາແມັດ, ໄລຍະປະຕິບັດສັນຍາແມ່ນ 24 ປີ, ປະລິມານສະສົມຂອງບໍ່ແຮ່ 18,8 ລ້ານໂຕນ, ສໍາລັບຜົນຄາດໝາຍການຜະລິດຂຸດຄົ້ນແຮ່ທາດ ແລະ ສົ່ງອອກແຮ່ ແຕ່ຕົ້ນປີຫາວັນທີ 30 ກັນຍາ 2021 ຂຸດຄົ້ນໄດ້ 1.215.327 ໂຕ່ນ, ສົ່ງອອກຈໍາໜ່າຍໄດ້ 1.215.327 ໂຕ່ນ ໃນນີ້ມີຜະລິດຕະພັນແຮ່ເຫຼັກຄຸນນະພາບ 62% ໄດ້ 546.385 ໂຕນ, ຜະລິດຕະພັນແຮ່ເຫຼັກຄຸນນະພາບ 58% ໄດ້ 668.942 ໂຕ່ນ ພ້ອມນີ້ລາຍຮັບຈາກການຂາຍແຮ່ເຫຼັກໄດ້ທັງໝົດ 369,4 ຕື້ກວ່າກີບ.
ທ່ານເຈົ້າແຂວງ ໄດ້ມີຄຳເຫັນຊີ້ນຳ ຊຶ່ງທ່ານໄດ້ເນັ້ນໜັກໃຫ້ ອໍານວຍການບໍລິສັດຫລອມໂລຫະແຮ່ທາດ ກ່ອນຈະຂົນສົ່ງແຮ່ແຕ່ລະຄັ້ງຕ້ອງມີຜາບັດປົກປິດ ແລະ ໜີບກົວລົດແຕ່ລະຄັນໃຫ້ລະອຽດ ສໍາລັບການຂົນສົ່ງ ແລະ ບັນທຸກແຮ່ເຫຼັກແມ່ນບໍໃຫ້ເກີນຕາມກົດໝາຍຂອງກະຊວງໂຍທາທິການວາງອອກ ກໍຄືລັດຖະບານລາວວ່າງອອກຢ່າງເຂັ້ມງວດ. ພ້ອມດຽວກັນນັ້ນທາງແຂວງຈະໄດ້ສົ່ງພະນັກງານເພີ່ມໃນການຈັດຕັ້ງປະຕິບັດວຽກງານຂອງບໍລິສັດໃຫ້ທັນກັບໜ້າວຽກຂອງບໍລິສັດ ແລະ ໃຫ້ສໍາເລັດຕາມຄາດໝາຍທັງສອງຝ່າຍກໍານົດໄວ້.

