ຣຽວ ມາດຣິດ ຫວັງຄວ້າ ດິເອໂກ ດາໂລ ເສີມແດນຫລັງ

ດີໂອໂກ ດາໂລ ກອງຫລັງຈອມບຸກຂອງ ແມນເຊສເຕີ ຢູໄນເຕັດ ສະເໜ່ແຮງ ຫລ້າສຸດເປັນຂ່າວວ່າ ຣຽວ ມາດຣິດ ສົນໃຈດຶງໄປເສີມກອງຫລັງ.
“ Mirror” ສື່ຊື່ດັງໃນອັງກິດ ລາຍງານວ່າ ນັກສືບຂອງ ຣຽວ ມາດຣິດ ພວມຈັບຕາເບິ່ງ ດາໂລ ມາແລ້ວຫລາຍນັດໃນລະດູການນີ້ ແລະ ຮູ້ສຶກປະທັບໃຈກັບຜົນງານການຫລິ້ນຂອງດາວເຕະຊາວໂປຣຕຸເກສ ທີ່ສ້າງຜົນງານໄດ້ດີຈົນສາມາດບຽດຍາດຕຳແໜ່ງກອງຫລັງຕົວຈິງຂອງ ແມນເຊສເຕີ ຢູໄນເຕັດ ມາຈາກ ອາຣອນ ວານ ບິສຊາກາ ໄດ້ສຳເລັດ.
ດ້ວຍເຫດນີ້ ຣຽວ ມາດຣິດ ຈຶ່ງສົນໃຈຈະຄວ້າອະດີດກອງຫລັງ ປໍໂຕ້ ໄປຮ່ວມທີມ ໂດຍສະເພາະຢ່າງຍິ່ງເມື່ອລາວເຫລືອສັນຍາຈົນເຖິງໄລຍະລະດູການໜ້າເທົ່ານັ້ນ.
ແນວໃດກໍຕາມ ຣຽວ ມາດຣິດ ອາດຈະຕ້ອງຫວັງກັນຍາກແດ່ ເພາະຍັງມີທັງ ບາເຊໂລນາ, ຢູເວນຕຸສ ແລະ ໂຣມາ ທີ່ຢາກໄດ້ລາຍເຊັນຂອງ ດາໂລ ເຊັ່ນດຽວກັນ ຂະນະທີ່ ແມນເຊສເຕີ ຢູໄນເຕັດ ກໍຍັງມີຕົວເລືອກຕໍ່ສັນຍາຂອງລາວອອກໄປອີກ 1 ປີ ແລະ ຍັງບໍ່ຄິດຈະປ່ອຍຕົວອອກຈາກທີມ ຫາກບໍ່ໄດ້ຂໍ້ສະເໜີລະດັບ 35 ລ້ານປອນຕາມທີ່ຕັ້ງລາຄາເອົາໄວ້.

