Cathay Pacific ໄລ່ພະນັກງານຕ້ອນຮັບໃນເຮືອບິນອອກ ຫລັງນິນທາຜູ້ໂດຍສານທີ່ເວົ້າພາສາອັງກິດບໍ່ໄດ້

ສາຍການບິນ Cathay Pacific ສັ່ງໄລ່ພະນັກງານຕ້ອນຮັບໃນເຮືອບິນອອກ 3 ຄົນ ຫລັງຈາກມີຄລິບສຽງຫລຸດອອກມາໃນສື່ອອນລາຍຂອງຈີນວ່າ: ພະນັກງານກຸ່ມດັ່ງກ່າວໄດ້ເລືອກປະຕິບັດຕໍ່ຜູ້ໂດຍສານທີ່ບໍ່ສາມາດເວົ້າພາສາອັງກິດໄດ້.
ໃນຄລິບສຽງທີ່ຖືກແຊຣໃນສື່ອອນລາຍ ຜູ້ໂດຍສານຄົນໜຶ່ງໄດ້ບັນທຶກສຽງຂອງພະນັກງານຕ້ອນຮັບໃນເຮືອບິນທີ່ນິນທາຜູ້ໂດຍສານ ແລະ ຮຽນແບບວ່າ: ມີຜູ້ໂດຍສານທີ່ເວົ້າພາສາອັງກິດບໍ່ເກັ່ງໄດ້ຂໍ “ພົມ” ແທນທີ່ຈະເປັນ “ຜ້າຫົ່ມ” ໂດຍກ່າວວ່າ: “ຖ້າທ່ານບໍ່ສາມາດເວົ້າຄໍາວ່າຜ້າຫົ່ມເປັນພາສາອັງກິດໄດ້ ກໍບໍ່ຄວນໄດ້ຜ້າຫົ່ມຈາກພະນັກງານ, ສ່ວນພົມຢູ່ພື້ນ ສາມາດລົງໄປນອນໄດ້ຕາມສະບາຍ”.
ທ່ານ ໂຣນັລ ແລມ (Ronald Lam) ປະທານເຈົ້າໜ້າທີ່ບໍລິຫານຂອງ Cathay Pacific ກ່າວວ່າ: ບໍລິສັດໄດ້ສອບສວນພາຍໃນທັນທີ ຫລັງຈາກໄດ້ຮັບການຮ້ອງຮຽນຈາກຜູ້ໂດຍສານໃນຖ້ຽວບິນ CX987 ທີ່ເດີນທາງລະຫວ່າງເມືອງເສິງຕູ ທາງຕາເວັນຕົກສຽງໃຕ້ຂອງຈີນ ໄປຮົງກົງ ໃນວັນທີ 21 ພຶດສະພາຜ່ານມາ ແລະ ພະນັກງານກຸ່ມນີ້ຖືກໄລ່ອອກຮຽບຮ້ອຍແລ້ວ.
ອ້າງອີງ:

