ບໍ່ມີໃຜໃຫຍ່ກວ່າສະໂມສອນ, ເທນ ຮາກ ເປີດໃຈຕັດ ໂຣນັລໂດ ຈາກເກມ ແມນຢູ-ເຊລຊີ

ເອຣິກ ເທນ ຮາກ ຜູ້ຈັດການແມນເຊສເຕີ ຢູໄນເຕັດ ອັນດັບ 5 ພຣີເມຍລີກ ອັງກິດ ທີ່ມີ 19 ຄະແນນໃຫ້ສຳພາດກ່ອນ ເກມໃຫຍ່ປະຈຳອາທິດ ເຊິ່ງຈະໄປຢາມ ເຊລຊີ ທີມອັນດັບ 4 ທີ່ມີ 20 ຄະແນນ ຄືນວັນເສົາທີ 22 ຕຸລາ ແຂ່ງຂັນ 23:30 ນາທີ ຕາມເວລາໃນລາວ.

ສ່ວນ ເທນ ຮາກ ໄດ້ກ່າວເຖິງກໍລະນີທີ່ຕັດຊື່ ຄຣິສຕຽນໂນ ໂຣນັລໂດ ອອກຈາກທີມໃນເກມທີ່ຈະພົບກັບ ເຊລຊີ ຕໍ່ໜ້າສື່ ມວນຊົນເປັນຄັ້ງທຳອິດ ຫລັງຈາກລົງໂທດກໍລະນີທີ່ດາວຍິງທີມຊາດໂປຣຕຸເກສ ອາຍຸ 37 ປີ ເດີນອອກຈາກສະໜາມກ່ອນ ຫມົດເວລາໃນເກມຫລ້າສຸດທີ່ຊະນະ ສະເປີ 2-0 ເມື່ອກາງອາທິດ ເນື່ອງຈາກລາວບໍ່ພໍໃຈທີ່ມີຊື່ເປັນພຽງຕົວສຳຮອງ ແຕ່ບໍ່ໄດ້ລົງສະໜາມແມ່ນແຕ່ນາທີດຽວ ພ້ອມທັງປັບເງິນອີກ 1 ລ້ານປອນ ຈາກການຫັກຄ່າເມື່ອຍ 2 ອາທິດ ແລະ ສັ່ງໃຫ້ແຍກໄປຊ້ອມກັບທີມຊຸດອາຍຸບໍ່ເກີນ 21 ປີນຳອີກ.

ສຳລັບຂ່າວລືທີ່ວ່າ ໂຣນັລໂດ ປະຕິເສດລົງຫລິ້ນໃຫ້ ແມນຢູ ໃນຖານະຕົວສຳຮອງໃນເກມພົບ ສະເປີ ແທ້ບໍ່ ? ເທນ ຮາກ ໄດ້ຕອບພຽງສັ້ນໆວ່າ : ແມ່ນ ຈາກນັ້ນກໍອະທິບາຍເຖິງການລົງໂທດ ແລະ ຄວາມສຳຄັນຂອງດາວຍິງໂປຣຕຸເກສທີ່ມີຕໍ່ທີມວ່າ : “ ການເຈລະຈາກັນລະຫວ່າງ ຄຣິສຕຽນໂນ ກັບຂ້ອຍ ເຊິ່ງອອກມາໃນຄຳຖະແຫລງຂອງສະໂມສອນນັ້ນຈະແຈ້ງ ນອກຈາກນີ້ ຄຳຖະແຫລງຍັງລະບຸອີກວ່າລາວຍັງຄົງເປັນສ່ວນສຳຄັນຂອງທີມ ”.

“ ແຕ່ຂ້ອຍເປັນຜູ້ຈັດການທີມ ເຊິ່ງມີໜ້າທີ່ຮັບຜິດຊອບຕໍ່ວັດທະນະທຳທີ່ນີ້ ຂ້ອຍກຳນົດມາດຕະຖານ ແລະ ຄ່ານິຍົມ ແລະ ຕ້ອງຄວບຄຸມພວກເຂົາໃຫ້ໄດ້ ຕາບໃດທີ່ເຮົາຍັງຢູ່ໃນທີມ ແນ່ນອນເຮົາຈະຄິດເຖິງລາວໃນມື້ອື່ນນີ້ ນັ້ນຄືການຂາດຫາຍ ໄປສຳລັບລາວ ແລະ ທີມ ແຕ່ຂ້ອຍຄິດວ່າສິ່ງສຳຄັນທີ່ສຸດຄືເລື່ອງຂອງທັດສະນະຄະຕິ ແລະ ສະພາບຈິດໃຈຂອງທີມ ແລະ ຕອນນີ້ເຮົາຕ້ອງສຸມໃສ່ໄປທີ່ ເຊລຊີ ນັ້ນຄືສິ່ງທີ່ສຳຄັນທີ່ສຸດ ”.

“ ຂ້ອຍໄດ້ກຳນົດຄຳເຕືອນໄວ້ຕັ້ງແຕ່ອອກເລີ່ມຕົ້ນລະດູການ ( ຫລັງຈາກ ໂຣນັລໂດ ອອກຈາກສະໜາມຫລັງຈົບເຄິ່ງທຳອິດໃນ ເກມອຸ່ນເຄື່ອງເປີດລະດູການນັດສຸດທ້າຍ ສະເຫມີ ຣາໂຍ ບາເຢກາໂນ 1-1 ເມື່ອວັນທີ 31 ) ແລະ ຫາກມີເທື່ອຕໍ່ໄປກໍຕ້ອງມີຜົນທີ່ ຕາມມາ ເມື່ອເຈົ້າຢູ່ນຳກັນ ແລະ ຫລິ້ນນຳກັນ ບານເຕະເປັນກິລາທີ່ຕ້ອງຫລິ້ນເປັນທີມ ເຈົ້າກໍຕ້ອງປະຕິບັດຕາມມາດຕະ ຖານທີ່ກຳນົດ ແລະ ຂ້ອຍຕ້ອງຄວບຄຸມໃຫ້ໄດ້ ”.