ຈະເກີດຫຍັງຂຶ້ນເມື່ອຄົນທີ່ຄວນປ້ອງກັນອາດຊະຍາກຳ? ກາຍເປັນອາດຊະຍາກຳຕົວເອງ..?

ຂ່າວດັງໃນອະດີດ!!!
ຍ້ອນກັບໄປຫຼາຍປີກ່ອນທີ່ເມືອງ Baltimore ໃນສະຫະລັດອາເມລິກາ ທີ່ຖືກຈັດວ່າເປັນເມືອງທີ່ມີ ອາດຊະຍາກຳ ແລະ ການໃຊ້ອາວຸດປືນຫລາຍ.
ໂດຍສະເພາະໃນເຂດທີ່ມີຄົນທຸກຍາກຊຸມຊົນ Hispanic ແລະ ຊຸມຊົນຄົນຜິວດຳ ເຊິ່ງມີລາຍງານວ່າມີອັດຕາອາດຊະຍາກຳສູງກວ່າເມືອງອື່ນ ເຈົ້າໜ້າທີ່ຕຳຫຼວດໃນເມືອງ ຈຶ່ງສ້າງຕັ້ງກຸ່ມພິເສດທີ່ມີຊື່ວ່າ Gun Trace Task Force ເຊິ່ງເປົ້າໝາຍແມ່ນ ການຫຼຸດຜ່ອນອາດຊະຍາກໍາ ແລະ ການຄວບຄຸມອາວຸດປືນ ແຕ່ປາກົດວ່າ: ເຖິ່ງຈະມີຕໍາຫຼວດທີ່ມາຕິດຕາມ ເພື່ອຈັດການກັບເລື່ອງດັ່ງກ່າວ ແຕ່ເຫດການຄວາມຮຸນແຮງບໍ່ໄດ້ຫຼຸດລົງ ເຫດການອາດຊະຍາກຳຍັງມີສູງຄືເກົ່າ ກົງກັນຂ້າມກັບການທີ່ມີຄົນໂທແຈ້ງເຂົ້າສາຍດ່ວນສຸກເສີນ 911 ພັດມີຕົວເລກການໂທເຂົ້າໜ້ອຍ ບໍ່ສອດຄ່ອງກັບຈໍານວນອາດຊະຍາກໍາທີ່ເພີ່ມຂຶ້ນ ຈົນສ້າງຄວາມສົງໄສວ່າເປັນຫຍັງຄົນບໍ່ໂທຫາຕຳຫຼວດ? ເມື່ອເວລາມີການກໍອາດຊະຍາກຳ.
ສໍາລັບກຸ່ມຄົນທີ່ຂ້ອນຂ້າງມີຖານະ ຫລື ຮັ່ງມີ ໄດ້ຢູ່ໃນພື້ນທີ່ທີ່ປອດໄພຂອງເມືອງ ແລະ ມີຄວາມສະຫງົບ ອາດຈະບໍ່ຮູ້ວ່າເກີດຫຍັງຂຶ້ນໃນແຕ່ລະວັນ ກົງກັນຂ້າມກັບຄົນທີ່ທຸກຍາກ ໃນຂົງເຂດທີ່ມີອາດຊະຍາກຳສູງ ເຂົາເຈົ້າພົບວ່າຕຳຫຼວດບາງຄົນມີພຶດຕິກຳໃນລັກສະນະປ້າຍຄວາມຜິດ-ຂູດຣີດເອົາເງິນຈາກທັງຄົນບໍລິສຸດ ແລະ ຜູ້ມີຕ້ອງຫາຄະດີອາຍາ ເພື່ອແລກປ່ຽນກັບການປ່ອຍຕົວ ຫລື ເປັນຄົນຂາຍສິນຄ້າຜິດກົດໝາຍເອງ.
ຕົວຢ່າງຂອງພຶດຕິກໍາທີ່ບໍ່ດີຂອງກຸ່ມ GTTF ໄດ້ຖືກເປີດເຜີຍອອກມາໃນພາຍຫລັງ ຍົກຕົວຢ່າງເຊັ່ນ: ຂັບລົດເປັນກຸ່ມແລ້ວພຸ້ງໃສ່ລົດເປົ້າໝາຍຕອນກາງຄືນ, ຖ້າມີຄົນຕົກໃຈ, ຢຸດລົດແລ້ວລົງແລ່ນໜີໄປ ກໍ່ຈະຍັດຢາເສບຕິດໃສ່ ແລ້ວຕາມມາດ້ວຍການຂູດຮີດເອົາເງິນນຳເຈົ້າຂອງລົດດັ່ງກ່າວ ຫລື ເມື່ອເວລາຈັບກຸ່ມຜູ້ຕ້ອງຫາໄດ້ ຈະໃຊ້ວິທີລັກເອົາກະແຈຂອງຜູ້ຕ້ອງຫາ ຈາກນັ້ນຈິ່ງຂັບລົດເຂົ້າໄປໃນເຮືອນຜູ້ຕ້ອງຫາ ແລະ ຄົ້ນຕູ້ເຊບ ພົບເຫັນຢາເສບຕິດ ແລະ ເງິນ 2.000 ລ້ານກີບ ແລ້ວໄດ້ລັກເອົາເງິນ 1.000 ລ້ານກີບ ແລ້ວຖ່າຍເຮັດຄລິບວີດີໂອເຮັດຄືເປີດຕູ້ເຊບເປັນຄັ້ງທໍາອິດ ແລະ ພົບພຽງແຕ່ເຄິ່ງໜຶ່ງຂອງເງິນຕົວຈິງ 1.000 ລ້ານກີບ.
ໃຊ້ວິທີລັກເອົາຢາເສບຕິດຈາກຜູ້ຕ້ອງຫາຕິດຢາເສບຕິດໄປແລ້ວບໍ່ລົງບັນທຶກການຈັບກຸມຢາເສບຕິດ ຫລັງຈາກນັ້ນໄດ້ນຳເອົາຢາເສບຕິດດັ່ງກ່າວເຂົ້າສູ່ຕະຫຼາດມືດຄືນອີກຄັ້ງ.
ບາງຄັ້ງໃຊ້ວິທີສືບສວນຄະດີຈົນພົບເຫັນກັນຊາຜິດກົດໝາຍ ແລະ ອາວຸດປືນ ບໍ່ໄດ້ຈັບເປັນຄະດີຄວາມ ແລະ ບໍ່ມີການຟ້ອງຮ້ອງ ແຕ່ໃຊ້ວິທີເຈລະຈາເພື່ອຂາຍຫາເງິນເຂົ້າກະເປົາຂອງຕົນເອງ ເມື່ອເວລາໄດ້ເງິນແລ້ວ ກໍບໍ່ມາເຮັດວຽກ ໃຊ້ວິທີລາພັກວຽກໝົດເດືອນ ເພື່ອສ້ອມແປງເຮືອນ ຫຼື ບາງຄົນກໍ່ໄປທ່ຽວທະເລໃນລັດອື່ນ ແຕ່ຍັງໄດ້ຮັບເງິນເດືອນເຕັມຄືເກົ່າ.
ເລື່ອງທີ່ກ່າວມາຂ້າງເທິງເປັນພຽງບາງກໍລະນີເທົ່ານັ້ນ ເພາະຕໍ່ມາໄດ້ມີການເປີດເຜີຍວ່າມີຄະດີຫຼາຍກວ່າ 3,000 ຄະດີ ທີ່ພົວພັນກັບກຸ່ມຕຳຫຼວດເຫຼົ່ານີ້.
ເຖິງແມ່ນວ່າຈະເກີດບັນຫາຫຍັງຂຶ້ນກັບຫລາຍຄະດີປານໃດ ກຸ່ມຕຳຫຼວດເຫຼົ່ານີ້ ກໍບໍ່ເຄີຍຖືກລົງໂທດ ຍ້ອນວ່າພວກເຂົາຈະພາກັນມິດງຽບ ແລະ ສາມາດເຮັດເອກະສານປອມຢູ່ໃນຂັ້ນສານໄດ້ ເພື່ອໃຫ້ພວກເຂົາພົ້ນຈາກຂໍ້ກ່າວຫາ.
ແຕ່ແລ້ວຈຸດປ່ຽນທີ່ສຳຄັນກໍມາເຖິງພວກເຂົາເຫລົ່ານີ້.
ໃນປີ 2016, ຫຼັງຈາກມີການເສຍຊີວິດຂອງ Freddie Gray, ຊາຍຜິວດຳຄົນໜຶ່ງໄດ້ຖືກຕຳຫຼວດຈັບ ແລ້ວເສຍຊີວິດຢູ່ໃນລົດກັກຂັງໂດຍບໍ່ຮູ້ສາເຫດ ແລະ ເຮັດໃຫ້ເກີດມີການປະທ້ວງຂະໜາດໃຫຍ່ຢູ່ໃນເມືອງດັ່ງກ່າວ ຫລັງຈາກນັ້ນການສືບສວນໄດ້ເລີ່ມຂຶ້ນຢ່າງຈິງຈັງ ຂອງເຈົ້າໜ້າທີ່ຈົນເຮັດໃຫ້ການສືບສວນສາມາດຮູ້ເຖິ່ງຄວາມລັບດຳມືດທີ່ຕຳຫລວດກຸ່ມນີ້ພາກັນປົກປິດມາດົນຫລາຍປີ.
ພາຍຫລັງການສືບສວນໄດ້ໃຊ້ເວລາດົນເກືອບປີ, ໃນທີ່ສຸດ, ສະມາຊິກໃນກຸ່ມ 8 ຄົນ, ຈາກທັງໝົດຈຳນວນ 9 ຄົນ ຂອງໜ່ວຍງານດັ່ງກ່າວຄື: Thomas Allers, Momodu Gondo, Evodio Hendrix, Wayne Jenkins, Jemell Rayam, Maurice Ward, Daniel Hersl ແລະ Marcus Taylor.
ບັນຊີລາຍຊື່ນີ້ໄດ້ຖືກຕັດສິນລົງໂທດຕິດຄຸກແຕ່ 9 ປີ ຫາ 25 ປີ ແຕ່ໄດ້ຍົກເວັ້ນ John Clewell, ເຈົ້າໜ້າທີ່ພຽງຄົນດຽວທີ່ບໍ່ໄດ້ຖືກກ່າວຫາ ເນື່ອງຈາກບໍ່ມີຫຼັກຖານສະແດງເຖິ່ງຄວາມຜິດ ແລະ ມີລາຍລາຍງານວ່າລາວເປັນພຽງຜູ້ດຽວທີ່ບໍ່ໄດ້ມີສ່ວນຮ່ວມໃນພຶດຕິກໍາເຫຼົ່ານັ້ນ. ສໍາລັບຜູ້ທີ່ໄດ້ຮັບຄວາມເສຍຫາຍຈາກເລື່ອງດັ່ງກ່າວ ໄດ້ອອກມາຮຽກຮ້ອງໃຫ້ລັດຊົດເຊີຍ ຍົກຕົວຢ່າງຄື: ຜູ້ຊາຍຄົນໜຶ່ງຕ້ອງຕິດຄຸກ 4 ປີ ໃນຄະດີທີເຂົາບໍ່ໄດ້ກະທຳຜິດ ໄດ້ຮັບຄ່າຊົດເຊີຍປະມານ 5.100 ລ້ານກີບ ແລະ ອີກກໍລະນີໜຶ່ງມີຜູ້ຊາຍສອງຄົນທີ່ຖືກຕຳຫຼວດຍັດຢາເສບຕິດໄດ້ຮັບເງິນຊົດເຊີຍເຊັ່ນດຽວກັນ.
ສອງກໍລະນີນີ້ເປັນພຽງບາງສ່ວນຂອງທັງ 30 ຄະດີ ທີ່ໄດ້ຮັບການຊົດເຊີຍຄວາມເສຍຫາຍທີ່ພາກລັດຕ້ອງໄດ້ຊົດເຊີຍຫຼາຍກວ່າ 135.000 ລ້ານກີບ ແລະ ຈະມີຫຼາຍກວ່ານັ້ນຕາມມາ.
ຈົນມີການປະເມີນວ່າ ຄວາມເສຍຫາຍທີ່ເກີດຈາກກຸ່ມ GTTF ນີ້ອາດຈະສູງກວ່າ 300,000 ລ້ານບາດ.ນັບວ່າເປັນໂຊກດີ ຜູ້ເຄາະຮ້າຍບາງຄົນ ຍັງມີຊີວິດຢູ່ເພື່ອຮຽກຮ້ອງຄວາມຍຸດຕິທຳໃຫ້ກັບຕົວເອງ, ບາງຄົນກໍ່ໄດ້ຮັບເງິນຊົດເຊີຍ ແຕ່ບໍ່ມີໃຜຮູ້ເລີຍວ່າ: ເບື່ອງຫລັງທີ່ເລິກເຊິ່ງ ແລະ ດຶກດັບກວ່ານັ້ນຈະມີຜູ້ເຄາະຮ້າຍອີກຈັກຄົນ? ທີ່ຈະເສຍເວລາ, ເສຍອະນາຄົດ ຫຼື ອາດມີການເສຍຊີວິດໄປແບບງຽບໆ ກໍ່ເປັນໄປໄດ້….
