ສີລັງກາຍອມປັບສະຖານະ ເປັນ “ປະເທດລາຍໄດ້ຕໍ່າ” ເພື່ອເຂົ້າເຖິງເງິນກູ້ລະຫວ່າງປະເທດ

ລັດຖະບານສີລັງກາໄຟຂຽວປັບສະຖານະປະເທດເປັນ “ປະເທດລາຍໄດ້ຕໍ່າ” ເພື່ອເປີດທາງໃຫ້ມີຄຸນສົມບັດເຂົ້າເຖິງເງິນກູ້ແກ້ໄຂວິກິດເສດຖະກິດປະເທດໃນອະນາຄົດ.
ໂຄສົກລັດຖະບານສີລັງກາເປີດເຜີຍໃນວັນທີ 11 ຕຸລາ ຢືນຢັນການຕັດສິນໃຈຂອງຄະນະລັດຖະບານໃນການປັບສະຖານະດັ່ງກ່າວໃນບັນຊີຂອງທະນາຄານໂລກ (World Bank) ຫລັງຈາກສີລັງກາຜະເຊີນວິກິດເສດຖະກິດຮຸນແຮງ ຈົນເກີດສະພາບຂາດເຂີນອາຫານ ແລະ ພະລັງງານ ເຊິ່ງທາງການສີລັງກາເຄີຍອອກມາຍອມຮັບວ່າ: ສີລັງກາຢູ່ໃນສະຖານະປະເທດລົ້ມລະລາຍແລ້ວ.
ໂຄສົກລັດຖະບານສີລັງກາເປີດເຜີຍອີກວ່າ: ບັນດາຜູ້ແທນໜ່ວຍງານລະຫວ່າງປະເທດໄດ້ໃຫ້ຂໍ້ມູນຕໍ່ທາງການສີລັງກາວ່າ: ພາຍໃຕ້ວິກິດເສດຖະກິດທີ່ສີລັງກາຜະເຊີນຢູ່ ການຫລຸດສະຖານະເປັນປະເທດລາຍໄດ້ຕໍ່າ ຈະເຮັດໃຫ້ສາມາດເຂົ້າເຖິງເງິນຈາກແຫລ່ງກອງທຶນຕ່າງໆໄດ້ງ່າຍຂຶ້ນ.
ສື່ທ້ອງຖິ່ນຂອງສີລັງກາລະບຸວ່າ: ການຫລຸດສະຖານະປະເທດຈະເຮັດໃຫ້ສີລັງກາສາມາດເຂົ້າເຖິງເງິນຈາກກອງທຶນຂອງສະມາຄົມເພື່ອການພັດທະນາລະຫວ່າງປະເທດ (IDA) ເຊິ່ງເປັນໜ່ວຍງານພາຍໃຕ້ທະນາຄານໂລກ ທີ່ມີເປົ້າໝາຍຊ່ວຍເຫລືອປະເທດທຸກຍາກ ແລະ ປະເທດທີ່ມີເສດຖະກິດບອບບາງເປັນຫລັກ.
ສຳລັບວິກິດເສດຖະກິດຂອງສີລັງກາຄັ້ງນີ້ ຖືເປັນບັນຫາເສດຖະກິດຮຸນແຮງທີ່ສຸດ ນັບແຕ່ໄດ້ຮັບເອກະລາດເມື່ອປີ 1948, ຜົນກະທົບຈາກການລະບາດຂອງໂຄວິດ-19 ເຮັດໃຫ້ປະເທດສີລັງກາຂາດລາຍໄດ້ຈາກການທ່ອງທ່ຽວ ເຊິ່ງເປັນແຫລ່ງລາຍໄດ້ສຳຄັນຂອງປະເທດມາຕະຫລອດ. ຂະນະດຽວກັນ ສົງຄາມອູແກຣນເຮັດໃຫ້ລາຄາພະລັງງານເພີ່ມສູງຂຶ້ນ.
ນອກຈາກນີ້, ວິກິດເສດຖະກິດຂອງສີລັງກາຍັງເກີດຈາກປັດໄຈພາຍໃນ, ຜົນກະທົບຈາກການອອກນະໂຍບາຍທີ່ຜິດພາດຂອງລັດຖະບານເຊັ່ນ: ນະໂຍບາຍຫ້າມໃຊ້ປຸ໋ຍເຄມີ ຈົນເຮັດໃຫ້ຜົນຜະລິດກະສິກຳຕົກຕໍ່າ ເຊິ່ງລາຍງານຂອງທະນາຄານກາງສີລັງກາຊີ້ວ່າ: ອັດຕາການເຕີບໃຫຍ່ທາງເສດຖະກິດຂອງສີລັງກາໃນປີນີ້ ອາດຕິດລົບ 8,7%.
ຮອງສາສະດາຈານດຣານັນເຈ ທຣີປາຕີ ຜູ້ຊ່ຽວຊານດ້ານການພົວພັນລະຫວ່າງປະເທດ ມະຫາວິທະຍາໄລອາຊີໃຕ້ ປະເທດອິນເດຍ ໃຫ້ຄວາມເຫັນວ່າ: ນີ້ຄືການຍອມຮັບຄວາມຈິງຂອງສີລັງກາ ເຊິ່ງເປັນປະເທດທີ່ເຄີຍມີດັດຊະນີການພັດທະນາມະນຸດໃນລະດັບສູງເມື່ອທຽບໃສ່ປະເທດໃນພາກພື້ນ ໂດຍການປັບສະຖານະດັ່ງກ່າວຈະເຮັດໃຫ້ສາມາດເຂົ້າເຖິງແຫລ່ງເງິນກູ້ໄດ້ຫລາກຫລາຍກວ່າ ແລະ ມີສິດກູ້ໄດ້ໃນອັດຕາດອກເບ້ຍຕໍ່າ.
ຮອງສາສະດາຈານທຣີປາຕີ ຍັງຕັ້ງຂໍ້ສັງເກດອີກວ່າ: ຈີນ ເຊິ່ງເປັນໜຶ່ງໃນເຈົ້າໜີ້ຂອງສີລັງກາຍັງບໍ່ມີການເຄື່ອນໄຫວກ່ຽວກັບການປັບໂຄງສ້າງໜີ້ໃຫ້ສີລັງກາ ອາດເປັນຍ້ອນຈີນມີຄວາມກັງວົນວ່າ: ຖ້າຍື່ນມືເຂົ້າຊ່ວຍເຫລືອຜ່ານການປັບໂຄງສ້າງໜີ້ໃຫ້ສີລັງກາ ອາດມີປະເທດອື່ນທີ່ເປັນລູກໜີ້ຈີນ ແລະ ກຳລັງປະສົບບັນຫາເສດຖະກິດ ຂໍການຊ່ວຍເຫລືອໃນລັກສະນະດຽວກັນ.
ອ້າງອີງ:

