ສະຫະລັດເຄັ່ງຄັດການອອກ ວີຊາ (visa) ເພື່ອປົກປ້ອງວຽກເຮັດງານທຳພາຍໃນປະເທດ

ໃນຂະນະທີ່ໃຫ້ສຳພາດຕໍ່ວິທະຍຸ  Fox News ໃນວັນທີ 20 ມີຖຸນານີ້, ຜູ້ນຳສະຫະລັດອາເມລິກາໃຫ້ຮູ້ວ່າ: ຈະມີໜ້ອຍກໍລະນີທີ່ສຸດທີ່ຈະໄດ້ຮັບອະນຸຍາດເປັນພິເສດໃຫ້ເຂົ້າມາໃນສະຫະລັດ ຊຶ່ງສວນຫຼາຍຈະເປັນແຮງງານທີ່ບໍລິສັດຍັກໃຫ່ຍຂອງສະຫະລັດມີຄວາມຕ້ອງການ.

ທ່ານ ທຣຳ ເວົ້າຕໍ່ວິທະຍຸ Fox News ວ່າ: “ຂ້າພະເຈົ້າຈະປະກາດນະໂຍບາຍວີຊ່າ(visa) ໃນມື້ອື່ນມື້ຮືນີ້”. ທ່ານກ່າວໃນຂະນະທີ່ຊາວສະຫະລັດອາເມລິກາກຳລັງຊອກຫາວຽກເຮັດງານທຳ ພາຍຫຼັງໂຄວິດ-19 ນັ້ນວ່າ: ການເຄັ່ງຄັດອອກວີຊ່າໃຫ້ແຮງງານຕ່າງປະເທດນັ້ນ ແມ່ນເພື່ອປົກປ້ອງວຽກເຮັດງານທຳຢູ່ພາຍໃນປະເທດ.

ສຳນັກຂ່າວ Reutersໃຫ້ຮູ້ວ່າ: ຫຼາຍຄົນໄດ້ອອກມາວິພາກວິຈານນະໂຍບາຍ ວີຊ່າ ໃໝ່ຂອງ ທຣຳ ວ່າ: ທຣຳ ສວຍໂອກາດໄລຍະໂຄວິດ ເພື່ອວາງໂຄງການທີ່ສຳຄັນຂອງເຂົາ ເພື່ອຍາດແຍ່ງເອົາຫາງສຽງຂອງຊາວຜູ້ອອກແຮງງານ ໃນການເລືອກຕັ້ງປະທານາທິບໍດີຂອງຕົນ.

ທ່ານ ທຣຳ ໄດ້ສະແດງທ່າທີແຂງກ້າວ ຕໍ່ການອົບພະຍົບເຂົ້າເມືອງຂອງຊາວຕ່າງປະເທດ ນັບແຕ່ມື້ເຂົາເຂົ້າຮັບຕຳແໜ່ງເປັນຕົ້ນມາ, ທັດສະນະດັ່ງກ່າວບໍ່ມີຫຍັງປ່ຽນແປງ ແຕ່ຫາກຍັງຈະສືບຕໍ່ ເພື່ອດຶງດູດເອົາຫາງສຽງໃນການລົງເລືອກຕັ້ງປະທານາທິບໍດີ ກັບຄູ່ແຂ່ງຂອງເຂົາ.

ຂ່າວ: ລູກເມືອງພວນ

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ