ແຟນບານແມນຢູ ຖ້າຊົມ ເທນ ຮາກ ຈີ້ ອັນໂຕນີ ພັດທະນາ 2 ຈຸດ ເຖິງຈະຍິງໃນພຣີເມຍລີກ 3 ນັດຕິດຕໍ່ກັນ

ຍັງດີກວ່ານີ້ໄດ້ອີກ ຜູ້ຈັດການທີມແມນຢູ ເຜີຍ 2 ຈຸດທີ່ ອັນໂຕນີ ຍັງຕ້ອງພັດທະນາ ເຖິງເປັນຄົນທຳອິດຂອງສະໂມສອນ ທີ່ຍິງໃນພຣີເມຍລີກໄດ້ຕະຫລອດ 3 ເກມທຳອິດ.
ເອຣິກ ເທນ ຮາກ ຜູ້ຈັດການທີມແມນເຊສເຕີ ຢູໄນເຕັດ ໃຫ້ສຳພາດເຖິງ ອັນໂຕນີ ກອງໜ້າທີມຊາດບຣາຊິລ ທີ່ຫອບເຄື່ອງຂອງ ຕາມກັນມາຈາກ ອາແຈັກ ອຳເຕີດຳ ອະດີດສະໂມສອນໃນ ເອເຣດີວີຊີລີກ ເນເທີແລນ ດ້ວຍຄ່າຕົວ 85,5 ລ້ານປອນ ກ່ອນສ້າງ ສະຖິຕິໃຫມ່ຂອງ ແມນເຊສເຕີ ຢູໄນເຕັດ ດ້ວຍການເປັນຄົນທຳອິດທີ່ຍິງປະຕູໄດ້ຕະຫລອດການຫລິ້ນໃນພຣີເມຍລີກ ອັງກິດ 3 ນັດທຳອິດ ທັງເກມຊະນະ ອາເຊນອລ 3-1, ອອກໄປເສຍໃຫ້ ແມນເຊສເຕີ ຊິຕີ 3-6 ແລະ ຫລ້າສຸດທີ່ບຸກໄປຊະນະ ເອຟເວີຕັນ 2-1.
ເຖິງຈະຍິງປະຕູໃນພຣີເມຍລີກໄດ້ຢ່າງຕໍ່ເນື່ອງ ແຕ່ ເທນ ຮາກ ຍັງຄາດຫວັງວ່າ ແອນໂທນີ ອາຍຸ 22 ປີ ຈະເຮັດຜົນງານ ໃຫ້ດີກວ່ານີ້ໄດ້ອີກ ພ້ອມເນັ້ນ 2 ຈຸດທີ່ຕ້ອງພັດທະນາເພີ່ມຂຶ້ນວ່າ : “ ລາວຕ້ອງການຄວາມທ້າທາຍ ນັ້ນຄືເຫດຜົນທີ່ລາວມາທີ່ພຣີ ເມຍລີກ ລາວຕ້ອງການຫລິ້ນກັບນັກເຕະທີ່ດີທີ່ສຸດ ໃນປັດໄຈຄວາມຄຽດສູງສຸດ ແລະ ປະເຊີນໜ້າກັບຄູ່ແຂ່ງທີ່ດີທີ່ສຸດ ຈາກນີ້ໄປ ລາວຈະກ້າວຂຶ້ນມາມີບົດບາດຫລາຍຂຶ້ນ ແລະ ນັ້ນຄືສິ່ງທີ່ເຈົ້າເຫັນໃນອາທິດທຳອິດ ລາວຍິງໄດ້ ແລະ ເຮັດຜົນງານໄດ້ດີ ແຕ່ຂ້ອຍເຫັນວ່າຍັງມີຊ່ອງຫວ່າງໃຫ້ພັດທະນາອີກຫລາຍໃນການຫລິ້ນຂອງລາວ ”.
“ ສິ່ງທີ່ຂ້ອຍພໍໃຈຄືການຍິງປະຕູໃນເກມກັບ ເອຟເວີຕັນ ຫລັງຈາກທີ່ເຮົາເປັນຝ່າຍຕາມຫລັງ ແຕ່ລາວເຮັດແບບນີ້ ແລະ ໃຊ້ ຄວາມໄວຂອງລາວໃຫ້ໄດ້ຫລາຍກວ່ານີ້ ລາວມີທັກສະການລ້ຽງບານທີ່ດີ ແຕ່ລາວຍັງຕ້ອງສ້າງຄວາມຫລາກຫລາຍຫລາຍຂຶ້ນ ແລະ ໃນນັດທຳອິດລາວຍັງຫລິ້ນເກມຮັບໄດ້ບໍ່ດີສະເຫມີ ແຕ່ຕອນນີ້ລາວດີຂຶ້ນຫລາຍ ລາວມີລະບຽບວິໄນຫລາຍຂຶ້ນ ມີການຢືນຕຳ ແໜ່ງທີ່ດີ ມີການອ່ານເກມທີ່ດີ ແລະ ການເພຣສຊິ່ງທີ່ດີ ແລະ ລາວອ່າວມີສ່ວນສຳຄັນຕໍ່ຜົນງານຂອງທີມໃນເກມນີ້ ”.
“ ລາວສາມາດຫລິ້ນໄດ້ທັງ 2 ຝັ່ງດ້ວຍຕີນທັງສອງຂ້າງ ລາວຕ້ອງພັດທະນາໃນຈຸດນັ້ນ ເຊິ່ງເຮົາເຄີຍເຮັດແບບນັ້ນ ກັບລາວທີ່ອາແຈັກ ມາແລ້ວ ແລະ ເຮົາພວມຈັດການເລື່ອງນັ້ນຢູ່ ລາວສາມາດເປີດບານດ້ວຍຕີນຂວາໄດ້ເຊັ່ນດຽວກັນ ແຕ່ລາວເປັນນັກເຕະອາຍຸນ້ອຍທີ່ເຮົາຕ້ອງພັດທະນາ ແລະ ລາວກໍຕ້ອງພັດທະນາຕົວເອງເຊ່ັນດຽວກັນ ”.

