ດິນຖະຫລົ່ມ ທັບເຮືອນປະຊາຊາຊົນ  ໃນ ປະເທດເວເນຊຸເອລາ ເສຍຊີວິດຢ່າງໜ້ອຍ 22 ຄົນ ສູນຫາຍຫລາຍກວ່າ 50 ຄົນ

ໃນວັນທີ 10 ຕຸລາ 2022 ນີ້ ສຳນັກຂ່າວບີບີຊີ ລາຍງານວ່າ: ເກີດເຫດດິນຖະຫລົ່ມຮຸນແຮງໃນ ເມືອງລາສ ເຕເຍຣິອາສ ພາກໃຕ້ຂອງນະຄອນຄາຣາກັສ ປະເທດເວເນຊຸເອລາ ຫລັງອິດທິພົນຂອງພາຍຸ ເຮີລິເຄນ ຈູເລຍ ເຮັດໃຫ້ສະພາບອາກາດແປປວນ, ມີຝົນຕົກໜັກ, ແມ່ນ້ຳເອປາໂຕ ຖ້ວມບ້ານເຮືອນຂອງປະຊາຊົນ ໂດຍອາຄານທີ່ປຸກສ້າງ, ລົດ, ຫົນທາງ ແລະ ຕົ້ນໄມ້ ຖືກກະແສດິນພັດຖະຫລົ່ມ.

ລາຍງານລະບຸວ່າ: ມາຮອດປັດຈຸບັນ ພົບຜູ້ເສຍຊີວິດຢ່າງໜ້ອຍ 22 ຄົນ ຂະນະທີ່ເຈົ້າໜ້າທີ່ກູ້ໄພຫລາຍກວ່າ 1,000 ຄົນ ກຳລັງເລັ່ງຄົ້ນຫາຜູ້ສູນຫາຍອີກ 52 ຄົນ.