ທາງດ່ວນເສັ້ນທຳອິດຂອງກຳປູເຈຍ ມີຍານພາຫະນະສັນຈອນເຖິງ 8 ໝື່ນຄັນ

ບໍລິສັດທາງດ່ວນເສັ້ນພະນົມເປັນ-ສີໜຸວິວແຫ່ງກຳປູເຈຍ (Cambodian PPSHV Expressway Company) ເປີດເຜີຍວ່າ: ຈຳນວນຍານພາຫະນະສັນຈອນໃນທາງດ່ວນເສັ້ນທຳອິດຂອງປະເທດໃນໄລຍະອາທິດທຳອິດຂອງໄລຍະທົດລອງດຳເນີນງານນັ້ນ ມີຫລາຍກວ່າ 80.000 ຄັນ, ປະລິມານການຈະລາຈອນໃນທາງດ່ວນເສັ້ນພະນົມເປັນ-ສີໝຸວິວ ໄລຍະວັນທີ 1-7 ຕຸລາ ມີ 80.231 ຄັນ ໂດຍປະລິມານການຈະລາຈອນແຕ່ລະວັນສະເລ່ຍປະມານ 11.460 ຄັນ ເຊິ່ງກະຊວງໂຍທາທິການ ແລະ ຂົນສົ່ງຂອງກຳປູເຈຍລະບຸວ່າ: ມີທັງລົດສ່ວນຕົວ ແລະ ລົດບັນທຸກ ຖືເປັນການພິສູດວ່າທາງດ່ວນນີ້ມີປະສິດທິພາບທາງເສດຖະກິດ.

ທາງດ່ວນເສັ້ນພະນົມເປັນ-ສີໜຸວິວ ມີຄວາມຍາວ 187 ກິໂລແມັດ ແລະ ມີມູນຄ່າ 2 ພັນລ້ານໂດລາ ລົງທຶນໂດຍບໍລິສັດ ໄຊນ່າ ໂຣດ ແອນ ບຣິດ ຄໍປໍເຣຊັນ ໃຊ້ເວລາກໍ່ສ້າງກວ່າ 3 ປີ ແລະ ເປີດສັນຈອນໄລຍະທົດລອງແບບບໍ່ຄິດຄ່າໃຊ້ຈ່າຍ 1 ເດືອນ ນັບແຕ່ວັນທີ 1 ຕຸລາເປັນຕົ້ນມາ.

ລາຍງານລະບຸວ່າ: ທາງດ່ວນນີ້ເປັນແບບແລ່ນສວນທາງ ແຕ່ລະທາງມີ 2 ຊ່ອງຈະລາຈອນປົກກະຕິ ພ້ອມຊ່ອງຈະລາຈອນສຸກເສີນ ແລະ ປູດ້ວຍຢາງໝາກຕອຍ ໂດຍການເດີນທາງລະຫວ່າງສອງຈຸດໝາຍດ້ວຍທາງດ່ວນນີ້ຫລຸດໄລຍະເວລາເຫລືອປະມານ 2 ຊົ່ວໂມງ ເຊິ່ງໄວກວ່າການເດີນທາງໃນທາງຫລວງແຫ່ງຊາດເລກ 4 ເຊິ່ງໃຊ້ເວລາ 5 ຊົ່ວໂມງ.

ສຳນັກຂ່າວຊິນຮົວລາຍງານວ່າ: ທາງດ່ວນເສັ້ນພະນົມເປັນ-ສີໜຸວິວ ຖືເປັນຜົນໄດ້ຮັບອັນດີຈາກການຮ່ວມມືລະຫວ່າງ ກຳປູເຈຍ ແລະ ຈີນ ພາຍໃຕ້ແຜນລິເລີ່ມໜຶ່ງແຖບໜຶ່ງເສັ້ນທາງ (BRI) ໂດຍທ່ານ ຊຸນ ຈັນທໍ ລັດຖະມົນຕີວ່າການກະຊວງໂຍທາທິການ ແລະ ຂົນສົ່ງຂອງກຳປູເຈຍ ເປີດເຜີຍວ່າ: ທາງດ່ວນນີ້ຊ່ວຍກະຕຸ້ນການເຕີບໃຫຍ່ຂອງເສດຖະກິດກຳປູເຈຍ ເນື່ອງຈາກໄດ້ເຊື່ອມເມືອງຫລວງເຂົ້າກັບເມືອງທ່າຂະໜາດໃຫຍ່ທີ່ສຸດຂອງປະເທດ.