ອົງການອະນາໄມໂລກເຕືອນ ລະວັງຢານ້ຳແກ້ໄອ-ແກ້ຫວັດ ຫລັງສົງໄສເປັນສາເຫດເຮັດໃຫ້ເດັກນ້ອຍເສຍຊີວິດ 66 ຄົນ ໃນປະເທດແກມເບຍ

ສຳນັກຂ່າວໄທລາຍງານວ່າ: ວັນທີ 7 ຕຸລາ 2022 ນີ້, ອົງການອະນາໄມໂລກ ໄດ້ອອກປະກາດເຕືອນ ໃຫ້ລະວັງການກິນຢາແກ້ໄອ-ແກ້ຫວັດ ຂອງບໍລິສັດອຸປະກອນການແພດ ໄມເດນ ຟາຣມາຊູຕິຄັລ ປະເທດອິນເດຍ ຫລັງສົງໄສວ່າອາດເປັນສາເຫດການເສຍຊີວິດຂອງເດັກນ້ອຍໃນປະເທດ ແກມເບຍ 66 ຄົນ.ທ່ານ ທີໂດຣສ ອັດຮານອມ ກີບຣີເຢຊຸສ ຜູ້ອຳນວຍການອະນາໄມໂລກ ຖະແຫລງວ່າ: ຢານ້ຳແກ້ຫວັດ ແລະ ແກ້ໄອ 4 ຊະນິດທີ່ຜະລິດໂດຍບໍລິສັດອຸປະກອນການແພດໄມເດນ ຟາມາຊູຕິຄັລ ປະເທດອິນເດຍ ຖືກຕັ້ງຂໍ້ສົງໄສ ຈະກ່ຽວຂ້ອງກັບໝາກໄຂ່ຫລັງຫລົ້ມເຫລວກະທັນຫັນ ຈົນນຳໄປສູ່ການເສຍຊີວິດຂອງເດັກ ນ້ອຍ 66 ຄົນໃນປະເທດແກມເບຍ ໂດຍອົງການອະນາໄມໂລກເລັ່ງສືບສວນບໍລິສັດ ແລະ ໜ່ວຍງານທີ່ກ່ຽວຂ້ອງແລ້ວ ຊຶ່ງຢານ້ຳທັງ 4 ຊະນິດ ປະກອບມີຢານ້ຳແກ້ໄອ ໂປຣເມທາຊິນ, ຢານ້ຳແກ້ໄອ ໂຄເຟັກມາລິນຢ່ນ້ຳແກເໄອ ມາຄອຟ ແລະ ຢານ້ຳແກ້ໄອ ມາກຣິບ ເອັນ ໂຄດ ໄຊຮັບ.
ປັດຈຸບັນ, ທາງການ ແກມເບຍ ພວມລວບລວມ ຢາພາຣາເຊຕາມອລ ແລະ ຢານ້ຳແກ້ແພ້ໂປຣເມທາຊິນ ຈາກເຮືອນປະຊາຊົນຢູ່ຊົນນະບົດ. ຂະນະທີ່ຈາກຜົນການກວດສອບເບື້ອງຕົ້ນພົບວ່າ: ມີຄວາມເປັນໄປໄດ້ສູງ ທີ່ຢາພາຣາເຊຕາມອລ ແລະ ຢານ້ຳເຊື່ອມໂປຣເມທາຊິນ ເຮັດໃຫ້ໝາກໄຂ່ຫລັງຊຸດໂຊມ ແລະໃນ ວັນທີ 23 ກັນຍາຜ່ານມາ, ໜ່ວຍງານສາທາລະນະສຸກ ໄດ້ອອກຄຳສັ່ງຮຽກຄືນຢາທີ່ມີສ່ວນປະສົມຂອງຢາທັງໝົດແລ້ວ.

