ແຟນບານເຊລຊີຊ໊ອກ, ກ໊ອງເຕ ພ້ອມຮັບຂໍ້ສະເໜີ ອາເຊນອລ, ສະເປີ

ເອັນໂກໂຣ ກ໊ອງເຕ ກອງກາງຊາວຝຣັ່ງຂອງ ເຊລຊີ ຕົກເປັນຂ່າວພ້ອມຮັບຂໍ້ສະເໜີຈາກ ອາເຊນອລ ຫລື ທັອດແນມ ຮັອດສະເປີ ແບບບໍ່ມີຄ່າຕົວ ຫລັງປະຕິເສດທີ່ຂະຫຍາຍສັນຍາສະບັບໃຫມ່ກັບຕົ້ນສັງກັດ.

ດາວເຕະທີມຊາດຝຣັ່ງ ເຊິ່ງມີບັນຫາບາດເຈັບລົບກວນຢ່າງຕໍ່ເນື່ອງ ແລະ ໄດ້ລົງສະໜາມໃຫ້ກັບ ເຊລຊີ ພຽງ 2 ເກມເທົ່ານັ້ນໃນລະ ດູການ 2022/2023.

ກ໊ອງເຕ ເຫລືອສັນຍາຢູ່ໃນຖິ່ນສະແຕມຟອດ ບຣິດ ຈົນຈົບລະດູການນີ້ ແລະ ຖ້າຫາກສະໂມສອນບໍ່ສາມາດເຈລະຈາເພື່ອ ຕໍ່ສັນຍາໃຫມ່ກັບນັກເຕະໄດ້ ນັ້ນຈະເຮັດໃຫ້ລາວມີອິດສະລະທີ່ຈະເຈລະຈາກັບທີມຕ່າງແດນໄດ້ໃນໄລຍະເດືອນມັງກອນປີ 2023,

ກ໊ອງເຕ ເຫລືອສັນຍາຢູ່ໃນຖິ່ນສະແຕມຟອດບຣິດ ຈົນຈົບລະດູການນີ້ ແລະ ຖ້າຫາກສະໂມສອນບໍ່ສາມາດເຈລະຈາເພື່ອ ຕໍ່ສັນຍາໃຫມ່ກັບນັກເຕະໄດ້ ນັ້ນຈະເຮັດໃຫ້ລາວມີອິດສະລະທີ່ຈະເຈລະຈາກັບທີມຕ່າງແດນໃນໄລຍະເດືອນມັງກອນປີ 2023.

ແນວໃດກໍຕາມ “ ຟຸດ ແມກາໂຕ ” ສື່ຊື່ດັງໃນອິຕາລີລາຍງານວ່າ ເຊລຊີ ບໍ່ຄ່ອຍສົນໃຈຢາກຈະເກັບ ກ໊ອງເຕ ໄວ້ ເຊິ່ງມີຂ່າວວ່າ ຕ້ອງການສັນຍາໃຫມ່ 4 ປີຄືກັບ ຄາລິດູ ຄູລິບາລີ ເອົາໄວ້ກັບທີມ ເພາະບໍ່ຫມັ້ນໃຈເລື່ອງອາການບາດເຈັບຊ້ຳເຮື້ອຂອງນັກເຕະ.

ໃນຂະນະດຽວກັນ ກອງກາງຊາວຝຣັ່ງ ເບິ່ງຄືວ່າຕ້ອງການທີ່ຈະຢູ່ກັບນະຄອນຫລວງລອນດອນຕໍ່ໄປ ນັ້ນເຮັດໃຫ້ໂຕແທນສ່ວນ ຕົວຂອງລາວ ພ້ອມທີ່ຈະຮັບຂໍ້ສະເໜີຈາກ ອາເຊນອລ ຫລື ສະເປີ ຫາກຍື່ນເຂົ້າມາໃຫ້ພິຈາລະນາ.

ນອກຈາກນີ້ມີລາຍງານວ່າລາວຢາກຍ້າຍໄປຫລິ້ນໃຫ້ກັບຫນຶ່ງໃນສະໂມສອນຄູແຄ້ນຂອງເຊລຊີ ນັ້ນເປັນຕົວເລືອກດຽວທີ່ ແທ້ຈິງສຳລັບ ກ໊ອງເຕ ຫາກລາວຕັດສິນໃຈຍ້າຍທີມແທ້ໆ ເພາະໄລຍະຜ່ານມາ ປາຣີສ ແຊັງ ແຊັກແມັງ ພະຍາຍາມທີ່ຈະ ຄວ້າລາວໄປຮ່ວມທີມມາໂດຍຕະຫລອດ.