ໃນວັນທີ 6 ຕຸລາ ນີ້ ທີ່ ອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ປະທານຄະນະກໍາມະການອະໄພຍະໂທດ ລະດັບຊາດ (ຜູ້ເກົ່າ) ແລະ ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ປະທານຄະນະກໍາມະການອະໄພຍະໂທດລະດັບຊາດ ປະທານຄະນະກໍາມະການອະໄພຍະໂທດ ລະດັບຊາດ (ຜູ້ໃໝ່). ມີ ທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຮອງປະທານຄະນະກໍາມະການອະໄພຍະໂທດ ລະດັບຊາດ ຜູ້ປະຈໍາການ, ທ່ານ ນາງ ເຂັມມະນີ ພົນເສນາ ກໍາມະການສູນກາງພັກ ລັດຖະມົນຕີ ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ ຮອງປະທານຄະນະກໍາມະການອະໄພຍະໂທດ ລະດັບຊາດ ເຂົ້າຮ່ວມ.
ທ່ານ ໄຊຊະນະ ໂຄດພູທອນ ໄດ້ລາຍງານ ການສະຫຼຸບຕີລາຄາວຽກງານອະໄພຍະໂທດປີ 2021 ແລະ ຕົ້ນປີ 2022 ໃນໄລຍະຜ່ານມາ ຄື:
1. ໄດ້ຕິດຕາມ, ກວດກາ ແລະ ຊຸກຍູ້ ໃຫ້ຄະນະກໍາມະການອະໄພຍະໂທດລະດັບກະຊວງ, ແຂວງ, ນະຄອນຫຼວງວຽງຈັນ ໃນການຈັດຕັ້ງປະຕິບັດ ລັດຖະບັນຍັດຂອງປະທານປະເທດ ສະບັບເລກທີ 001/ປປທ, ລົງວັນທີ 20 ມີນາ 2018 ວ່າດ້ວຍການໃຫ້ອະໄພຍະໂທດ ແລະ ຄໍາແນະນໍາ ຂອງຄະນະກຳມະການອະໄພຍະໂທດ ລະດັບຊາດ ຢ່າງເປັນລະບົບປົກກະຕິ ແລະ ປັບປຸງແກ້ໄຂບາງກໍລະນີທີ່ເກີດຂຶ້ນຢ່າງທັນການ;
2. ການຈັດຕັ້ງປະຕິບັດວຽກງານອະໄພຍະໂທດ ຂອງຄະນະກຳມະການອະໄພຍະໂທດ ແຕ່ລະຂັ້ນ ໄດ້ດໍາເນີນໄປຕາມຂັ້ນຕອນ, ລະບຽບການ ແລະ ເປັນໝູ່ຄະນະ, ຮັບປະກັນຄວາມຖືກຕ້ອງ, ໂປ່ງໃສ, ຍຸຕິທໍາ ຊຶ່ງເລີ່ມແຕ່ຂັ້ນຕອນການຄົ້ນຄວ້າຄັດເລືອກໄຈ້ແຍກນັກໂທດຜູ້ມີຄວາມກ້າວໜ້າ, ຮູ້ສຶກກິນແໜງແຄງໃຈຕໍ່ການກະທໍາຜິດ ແລະ ການຄົ້ນຄວ້າຕົກລົງສະເໜີບັນຊີລາຍຊື່ນັກໂທດ ເຫັນວ່າມີເງື່ອນໄຂຖືກຕ້ອງ ຕາມທີ່ໄດ້ກໍານົດໄວ້ ໃນລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍການໃຫ້ອະໄພຍະໂທດ;
3. ກອງເລຂາຄະນະກໍາມະການອະໄພຍະໂທດ ລະດັບຊາດ ໄດ້ເປັນເຈົ້າການກວດກາຄວາມຖືກຕ້ອງ ແລະ ນັກໂທດໄດ້ຮັບອະໄພຍະໂທດຕາມລັດຖະດໍາລັດຂອງປະທານປະເທດ ປະຈໍາປີ 2021 ມີທັງໝົດ 1.992 ຄົນ ຍິງ 280 ຄົນ, ຕ່າງປະເທດ 25 ຄົນ ຍິງ 5 ຄົນ, ນັກໂທດຕະຫຼອດຊີວິດ 49 ຄົນ ຍິງ 9 ຄົນ. ໃນນີ້ໄດ້ຮັບອະໄພຍະໂທດ ຫຼຸດຜ່ອນໂທດ 1.980 ຄົນ ຍິງ 277 ຄົນ ແລະ ໄດ້ຮັບອະໄພຍະໂທດປ່ອຍຕົວ ຈໍານວນ 12 ຄົນ ຍິງ 3 ຄົນ, ນັກໂທດທີ່ຖືກສານຕັດສິນປະຫານຊີວິດ ໄດ້ຮັບອະໄພຍະໂທດຫຼຸດຜ່ອນໂທດມາເປັນໂທດຕະຫຼອດຊີວິດ ຈໍານວນ 25 ຄົນ ຍິງ 2 ຄົນ, ຕ່າງປະເທດ 2 ຄົນ ແລະ ເປັນເຈົ້າການຄົ້ນຄວ້າຄວາມຖືກຕ້ອງບັນຊີສະ ເໜີປ່ອຍຕົວ ສົ່ງໃຫ້ກົມຕໍາຫຼວດຄຸມຂັງ-ດັດສ້າງ ກະຊວງປ້ອງກັນຄວາມສະຫງົບ ຈໍານວນ 361 ຄົນ ຍິງ 58 ຄົນ ເພື່ອສະເໜີຕໍ່ທ່ານນາຍົກລັດຖະມົນຕີ ພິຈາລະນານໍາສະເໜີ ຕໍ່ປະທານປະເທດ ອອກລັດຖະດໍາລັດ ໃຫ້ອະໄພຍະໂທດປ່ອຍຕົວ ໄລຍະປ້ອງກັນສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດ ຂອງພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ໂຄວິດ 19,
4. ຄະນະກໍາມະການອະໄພຍະໂທດ ລະດັບກະຊວງ, ແຂວງ, ນະຄອນຫຼວງວຽງຈັນ ໄດ້ເກັບຄ່າປັບໃໝ ແລະ ຄ່າເສຍຫາຍທາງແພ່ງ ທີ່ນັກໂທດຊໍາລະໃນບັ້ນຄົ້ນຄວ້າສະເໜີໃຫ້ອະໄພຍະໂທດ ປະຈໍາປີ 2021 ໄດ້ຈໍານວນທັງໝົດ 4.901.721.000 ກີບ, ເງິນຕາຕ່າງປະເທດ 750.000 ບາດ ໃນນີ້ມີການໃຊ້ແທນຄ່າເສຍທາງແພ່ງ ຈໍານວນ 866.862.000 ກີບ, 750.000 ບາດ ແລະ ຄ່າປັບໃໝ ຈໍານວນ 4.034.859.000 ກີບ ແລະ ໄດ້ມອບເຂົ້າຄັງເງິນຂອງແຕ່ລະແຂວງໝົດແລ້ວ.
ສໍາລັບ ປີ 2022 ຄະນະກໍາມະການອະໄພຍະໂທດ ລະດັບກະຊວງ, ແຂວງ, ນະຄອນຫຼວງວຽງຈັນ ໄດ້ມີການສະເໜີຂໍອະໄພຍະໂທດທັງໝົດ ຈໍານວນ 1.895 ຄົນ ຍິງ 264 ຄົນ, ຕ່າງປະເທດ 23 ຄົນ ຍິງ 6 ຄົນ, ມີນັກໂທດຕະຫຼອດຊີວິດ ຈໍານວນ 40 ຄົນ ຍິງ 10 ຄົນ, ຕ່າງປະເທດ 1 ຄົນ, ນັກ ໂທດທີ່ຖືກສານຕັດສນປະຫານຊີວິດ ທີ່ສະເໜີຂໍອະໄພຍະໂທດ ຈໍານວນ 8 ຄົນ ຍິງ 1 ຄົນ ແລະ ໄດ້ເກັບຄ່າປັບໃໝ ແລະ ຄ່າເສຍຫາຍທາງແພ່ງ ທີ່ນັກໂທດຊໍາລະໃນບັ້ນຄົ້ນຄວ້າສະເໜີໃຫ້ອະໄພຍະໂທດ ໄດ້ທັງໝົດ ຈໍານວນ 3.756.142.833 ກີບ, ເງິນຕາຕ່າງປະເທດ 6.000 ບາດ, 2.500 ໂດລາ ໃນນີ້ມີ ການໃຊ້ແທນຄ່າເສຍທາງແພ່ງ ຈໍານວນ 472.673.333 ກີບ, 6.000 ບາດ, 2.500 ໂດລາ ແລະ ຄ່າປັບໃໝຈໍານວນ 3.283.469.500 ກີບ, ປັດຈຸບັນ ໄດ້ສໍາເລັດການຄົ້ນຄວ້າກວດກາ ຂັ້ນກອງປະຊຸມກອງເລຂາ ຄະນະກໍາມະການອະໄພຍະໂທດ ລະດັບຊາດແລ້ວ, ຈາກນັ້ນຈະໄດ້ຄົ້ນຄວ້າໃນກອງປະຊຸມ ຄະນະກໍາມະການອະໄພຍະໂທດ ລະດັບຊາດ ໃນຂັ້ນຕໍ່ໄປ.