ວັນທີ 05 ຕຸລາ 2022 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ເປີດກອງປະຊຸມການຝຶກອົບຮົມ ການສ້າງຄວາມເຂັ້ມແຂງ ວຽກງານເລຂານຸການຂອງການນຳ ໃຫ້ແກ່ບັນດາເລຂາການນຳ ພາຍໃນ ຫສນຍ ໂດຍການໃຫ້ກຽດເປັນປະທານ ແລະ ກ່າວເປີດຂອງ ທ່ານ ອາລຸນໄຊ ສູນນະລາດ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ; ມີບັນດາທ່ານວິທະຍາກອນ ແລະ ສຳມະນາກອນ ກໍ່ຄືພະນັກງານຫຼັກແຫຼ່ງ ແລະ ເລຂານຸການຂອງການນຳ ພາຍໃນ ຫສນຍ ເຂົ້າຮ່ວມ ໂດຍຈະດຳເນີນການຝຶກອົບຮົມ ວັນທີ 5-7 ຕຸລາ 2022.
ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້ ເພື່ອຍົກລະດັບຄວາມຮູ້ຄວາມສາມາດ ໃຫ້ພະນັກງານ-ລັດຖະກອນ ທີ່ເປັນເສນາທິການ ໃຫ້ແກ່ການນໍາລະດັບສູງ ໃນວຽກງານເລຂານຸການ, ວຽກງານຄົ້ນຄວ້າ-ສັງລວມ ແລະ ວຽກງານອໍານວຍຄວາມສະດວກຮອບດ້ານ ໃຫ້ແກ່ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ; ເພື່ອເຮັດໃຫ້ການປະສານງານ ຂອງບັນດາເລຂານຸການການນຳ ມີຄວາມເຂັ້ມແຂງ ແລະ ສົ່ງຂໍ້ມູນເຖິງກັນໄດ້ວ່ອງໄວຂຶ້ນ ພ້ອມທັງ ສ້າງເປັນປຶ້ມຄູ່ມື ກໍ່ຄືສັງລວມເປັນບົດຮຽນ ສະໜອງໃຫ້ແກ່ພະນັກງານທີ່ກ່ຽວຂ້ອງ ລວມທັງ ບັນດານັກສຶກສາປັນຍາຊົນ ທີ່ມີຄວາມສົນໃຈ ແລະ ນຳໄປເປັນບ່ອນອີງໃນການຈັດຕັ້ງປະຕິ ບັດວຽກງານຕົວຈິງ ທີ່ຕົນເອງຮັບຜິດຊອບ.
ເນື້ອໃນຂອງການຝຶກອົບຮົມຄັ້ງນີ້ ປະກອບມີຫົວຂໍ້ ຄື:
1. ບົດຮຽນ ໃນການເປັນເລຂານຸການການນຳ;
2. ການກະ ກຽມກອງປະຊຸມລັດຖະບານ, ກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ແລະ ກອງປະຊຸມຫົວຂໍ້ສະເພາະ ໃຫ້ແກ່ການນຳ;
3. ການສ້າງແຜນການເຄື່ອນໄຫວວຽກງານໃຫ້ແກ່ການນຳ;
4. ການກະກຽມໃຫ້ແກ່ການນຳໄປເຄື່ອນໄຫວວຽກງານຢູ່ຕ່າງປະເທດ;
5. ການກະກຽມຕ້ອນຮັບແຂກພາຍໃນ ແລະ ຕ່າງປະເທດ ທີ່ມາພົບການນຳ;
6. ການບໍລິຫານເອກະສານ ພາຍໃນ ຫສນຍ ໂດຍການນຳໃຊ້ລະບົບ IT, ການປະສານວຽກງານ ແລະ ຕິດຕາມວຽກງານຂອງກອງເລຂາ.
ສຳລັບການຝຶກອົບຮົມຄັ້ງນີ້ ໃຫ້ກຽດເຂົ້າຮ່ວມພິທີເປີດ ແລະ ຖ່າຍທອດບົດຮຽນ-ປະສົບການ ກ່ຽວກັບວຽກງານເລຂານຸການ ແມ່ນນຳໂດຍທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ.
ທ່ານ ອາລຸນໄຊ ສູນນະລາດ ໄດ້ຍົກໃຫ້ເຫັນຄວາມໝາຍສຳຄັນຂອງການຝຶກອົບຮົມໃນຄັ້ງນີ້ ໂດຍສະເພາະຄວາມໝາຍສຳຄັນຂອງບັນດາຫົວຂໍ້ ທີ່ນຳມາສະເໜີ; ໄດ້ຍົກໃຫ້ເຫັນສະພາບລວມຂອງພາກພື້ນ ແລະ ສາກົນ ທີ່ສົ່ງຜົນກະທົບ ແລະ ທ້າທາຍ ຕໍ່ການຈັດຕັ້ງປະຕິບັດວຽກງານ ເສນາທິການ ໃຫ້ແກ່ລັດຖະບານ; ໄດ້ຍົກໃຫ້ເຫັນຜົນສຳເລັດອັນພື້ນຖານ ພາຍໃຕ້ການນຳພາ-ຊີ້ນຳ ຂອງຄະນະພັກ ກໍ່ຄືການປະກອບສ່ວນ ຂອງພະນັກງານ-ລັດຖະກອນ ຫສນຍ ພ້ອມດຽວກັນນັ້ນ, ທ່ານ ຍັງໄດ້ຮຽກຮ້ອງ ບັນດາທ່ານສໍາມະນາກອນ ຈົ່ງພ້ອມກັນສຸມສະຕິປັນຍາ ແລະ ເຫື່ອແຮງຂອງຕົນ ເຂົ້າໃນການຄົ້ນຄວ້າ, ຮັບການຖ່າຍທອດຄວາມຮູ້, ປະສົບການ ແລະ ມີການແລກຄຳຄິດເຫັນ ຢ່າງກົງໄປກົງມາ ເພື່ອເຮັດໃຫ້ບັນຫາຕ່າງໆທີ່ຕັ້ງຂຶ້ນ ມີຄວາມກະຈ່າງແຈ້ງ, ເຂົ້າໃຈເປັນເອກະພາບ ແລະ ນຳໄປຈັດຕັ້ງປະຕິບັດ ໃຫ້ຖືກຕ້ອງ ແລະ ເກີດດອກອອກຜົນ ເປັນຮູບປະທຳຕົວຈິງ.