ກຸ່ມສິດມະນຸດ ຮ້ອງຮຽນຟີຟາໃຫ້ຕັດທີມຊາດອີຣ່ານອອກຈາກບານໂລກ 2022 ຈາກກໍລະນີກີດກັ້ນເພດຍິງ

ຟີຟາ ໄດ້ຮັບຈົດຫມາຍຮ້ອງຮຽນຈາກກຸ່ມຮຽກຮ້ອງສິດທິມະນຸດສະຍະຊົນ ທີ່ສົ່ງມາເພື່ອຂໍໃຫ້ເຮັດການລົງໂທດຫ້າມທີມຊາດອີຣ່ານພົ້ນຈາກ ບານໂລກ 2022 ຈາກກໍລະນີກີດກັນເພດຍິງເຂົ້າສະໜາມບານເຕະລີກ.
ສະຫະພັນບານເຕະນາໆຊາດ ຫລື FIFA ໄດ້ຮັບຈົດຫມາຍຮ້ອງຮຽນຈາກກຸ່ມຮຽກຮ້ອງສິດທິມະນຸດສະຍະຊົນນາມວ່າ ໂອເພັນ ສະເຕດຽມ ທີ່ສົ່ງມາເພື່ອຮຽກຮ້ອງໃຫ້ເຮັດການແບນທີີມຊາດອີຣ່ານພົ້ນຈາກບານໂລກ 2022 ໃນທ້າຍປີນີ້.
ໂອເພັນ ສະເຕດຽມ ຕັ້ງຂໍ້ສົງໄສວ່າເປັນຫຍັງອີຣ່ານເຖິງໄດ້ຮັບອະນຸຍາດໃຫ້ຮ່ວມແຂ່ງຂັນໃນບານໂລກ ທັງທີ່ຜູ້ຍິງໃນປະເທດຍັງຖືກກີດກັນຈາກການແຂ່ງຂັນຢູ່ ໂດຍທາງການອີຣ່ານຫາກໍຈະຍອມອະນຸຍາດໃຫ້ຜູ້ຍິງເຂົ້າສະໜາມເກມລີກໃນປະເທດເປັນຄັ້ງທຳອິດນັບຕັ້ງແຕ່ປີ 1979.
ຂໍ້ຄວາມສ່ວນໜຶ່ງໃນຈົດໝາຍລະບຸວ່າ : ‘‘ ຜູ້ຍິງອີຣ່ານບໍ່ເຊື່ອໃຈທັງສາທາລະນະລັດອິສະລາມອີຣ່ານ ແລະ ສະຫະພັນບານເຕະອີຣ່ານ ວ່າສະໜາມກິລາໃນປະເທດຈະຍັງເປີດໃຫ້ພວກເຂົາໄປຊົມເກມໄດ້ພາຍຫລັງຈົບບານໂລກ 2022 ’’.
ດ້ານເວັບໄຊຢາຮູລາຍງານວ່າ ຮຸສເຊນ ມາຮີນີ ອະດີດກອງຫລັງທີມຊາດອີຣ່ານ ຖືກທາງການໃນບ້ານເກີດຈັບກຸມຕົວ ຫລັງຮ່ວມສະແດງການປະທ້ວງກໍລະນີທີ່ຜູ້ຍິງລາຍຫນຶ່ງເສຍຊີວິດຈາກການຖືກຈັບກຸມດ້ວຍຂໍ້ຫາສວມຜ້າຄຸມຫົວຫລວມເກີນໄປ.
ໂດຍກໍລະນີດັ່ງກ່າວເຮັດໃຫ້ປະຊາຊົນອີຣ່ານບໍ່ພໍໃຈຢ່າງຫລາຍຈົນພາກັນອອກມາປະທ້ວງໃນທີ່ສາທາລະນະເປັນລ້ານຄົນ ຂະນະທີ່ທາງການກໍບໍ່ຢູ່ລ້າໆພະຍາຍາມປາບປາມກຸ່ມຜູ້ປະທ້ວງ ຫລ້າສຸດມີຜູ້ເສຍຊີວິດບໍ່ໜ້ອຍກວ່າ 83 ຄົນ.
