ໂຣນັລໂດ ຄອງບັນລັງນັກກິລາສ້າງລາຍໄດ້ຫລາຍທີ່ສຸດປີ 2022

 

ຄຣິສຕຽນໂນ ໂຣນັລໂດ ຫວນຄືນບັນລັງສ້າງລາຍໄດ້ຫລາຍທີ່ສຸດປະຈຳປີ ຈາກການຈັດອັນດັບຂອງ Forb  ເປັນສະໄຫມທີ 3 ຫລັງໂກຍໄປ 109 ລ້ານປອນ ໃນປີ 2022 ທີ່ຜ່ານມາ ສ່ວນອັນດັບ 2 ເປັນ ລີໂອເນລ ເມສຊີ, ຕາມມາດ້ວຍ ຄີລຽນ ເອັມບັບເປ ຄອງອັນດັບ 2.

ຄຣິສຕຽນໂນ ໂຣນັລໂດ ດາວເຕະຊຸບເປີສະຕາຂອງ ອັລ ນາສເຊີ ທີມໃນລີກຊາອຸດິ ອາຣະເບຍ ຄອງບັນລັງນັກກິລາທີ່ກວາດລາຍໄດ້ເຂົ້າກະເປົາໄດ້ຫລາຍທີ່ສຸດໃນໂລກ ປະຈຳປີ 2022 ຈາກການຈັດອັນດັບຂອງ Forb ວາລະສານດ້ານການເງິນຊື່ດັງລະດັບໂລກ.

ວາລະສານການເງິນລະດັບໂລກ ລະບຸວ່າ : ການຄຳນວນລາຍໄດ້ຂອງນັກກິລາແຕ່ລະຄົນ ຈະປະກອບດ້ວຍລາຍໄດ້ຈາກສະໜາມ ທັງເງິນລາງວັນ ຄ່າເມື່ອຍ ແລະ ໂບນັສຕ່າງໆ ລວມເຖິງລາຍໄດ້ຈາກນອກສະໜາມ ທັງສັນຍາຜູ້ສະໜັບສະໜູນ ຄ່າປາກົດຕົວ ແລະ ລາຍໄດ້ຈາກຂອງທີ່ລະນຶກຕ່າງໆ ໂດຍລວມແລ້ວ ໂຣນັລໂດ ຄືນັກເຕະທີ່ມີລາຍໄດ້ລວມຫລາຍທີ່ສຸດຂອງປີ 2022 ໂດຍກວາດໄປ 109 ລ້ານປອນ ໂດຍຖືເປັນຄັ້ງທີ 3 ແລ້ວ ທີ່ລາວຄອງບັນລັງນັກກິລາລາຍໄດ້ຫລາຍທີ່ສຸດປະຈຳປີຂອງ Forb.

ສ່ວນອັນດັບ 2 ເປັນຂອງ ລີໂອເນລ ເມສຊີ ດາວຍິງຂອງ ປາຣີສ ແຊງ ແຊັກແມັງ ມີລາຍໄດ້ລວມ 104 ລ້ານປອນ ຂະນະທີ່ອັນດັບ 3 ກໍຍັງຄົງເປັນນັກເຕະບານ ໂດຍເປັນຂອງ ຄີລຽນ ເອັມບັບເປ ກອງໜ້າ ເປແອສເຊ ກວາດເງິນໄປທີ່ 96 ລ້ານປອນ, ສ່ວນອັນດັບ 4 ເປັນຂອງ ເລບຣອນ ເຈມ ຍອດນັກກິລາບານບ້ວງຊຸບເປີສະຕາຂອງທີມ ລອສ ແອນເຈລິສ ເລເກີ ຮັບຊັບໄປ 95 ລ້ານປອນ.