ແຜນທິດທາງວຽກງານຈຸດສຸມສໍາລັບເດືອນຕຸລານີ້, ລັດຖະບານຈະໄດ້ສືບຕໍ່ຍົກສູງຄວາມຮັບຜິດຊອບ ຕາມກອງປະຊຸມລັດຖະບານ ປະຈໍາເດືອນກັນຍາ 2022 ວັນທີ 23 ກັນຍາ 2022 ມີດັ່ງນີ້:
– ສືບຕໍ່ຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຕາມແຜນການ, ພ້ອມທັງເພີ່ມທະວີການຕ້ານ ແລະ ແກ້ໄຂປະ ກົດການຫຍໍ້ທໍ້ໃນສັງຄົມ ໃຫ້ຫລຸດໜ້ອຍຖອຍລົງ, ເອົາໃຈໃສ່ປັບປຸງກໍາລັງປະກອບອາວຸດ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ເຂັ້ມແຂງໜັກແໜ້ນ;
– ສືບຕໍໍ່ໍຈັດຕັ້ງປະຕິບັດແຜນດໍາເນີນຂອງລັດຖະບານ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຕິດພັນກັບວາລະແຫ່ງຊາດ ໂດຍສະເພາະ ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ I ປະຈໍາປີ 2022, ມະຕິຂອງສະພາແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ 2022 ຕາມແຜນແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດ ໃຫ້ເປັນຮູບປະທໍາຫລາຍຂຶ້ນ ແລະ ໃຫ້ບັນລຸຕາມຄາດໝາຍ;
– ສືບຕໍ່ສຸມໃສ່ແກ້ໄຂສະພາບຄວາມບອບບາງ ທາງດ້ານເສດຖະກິດມະຫາພາກ ໃຫ້ດີຂຶ້ນກວ່າເກົ່າ ໂດຍສຸມໃສ່ຄຸ້ມຄອງອັດຕາແລກປ່ຽນ, ລາຄາສິນຄ້າ ແລະ ອັດຕາເງິນເຟີ້ ໃຫ້ຢູ່ໃນລະດັບທີ່ສາມາດຄວບຄຸມໄດ້, ພ້ອມນັ້ນ ກໍສຸມໃສ່ແກ້ໄຂບັນຫານໍ້າມັນເຊື້ອໄຟໃຫ້ພຽງພໍ ດ້ວຍຫລາຍມາດຕະການ ໂດຍຖືເອົາມາດຕະການເສດຖະກິດ ແລະ ກົນໄກຕະຫລາດເປັນຕົົ້ນຕໍ ໄປຄຽງຄູ່ກັບການກໍານົດມາດຕະການແກ້ໄຂຕົວຈິງທັງໃນ ໄລຍະກາງ ແລະ ໄລຍະຍາວ;
– ສືບຕໍ່ປະຕິບັດຄໍາສັ່ງຂອງນາຍົກລັດຖະມົນຕີ ເລກທີ 18 ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫລຂອງງົບປະມານຂອງລັດ, ດໍາລັດວ່າດ້ວຍການປະຢັດ ແລະ ຕ້ານການຟູມເຟືອຍ, ດໍາລັດ ວ່າດ້ວຍລົດຂອງລັດ ແລະ ນິຕິກໍາລຸ່ມກົດໝາຍກ່ຽວຂ້ອງ ໃຫ້ເຂັ້ມງວດ ແລະ ເປັນຮູບປະທໍາຫລາຍຂຶ້ນ.
– ສືບຕໍ່ສຸມໃສ່ຕິດຕາມກວດກາໂຄງການແຮ່ທາດແບບທົດລອງ; ສືບຕໍ່ປັບປຸງປະສິດທິຜົນການລົງທຶນຂອງລັດ ໃຫ້ດີຂຶ້ນ, ຕິດຕາມຈັດສັນທຶນໃສ່ໂຄງ ການໃໝ່ທີ່ມີປະສິດທິຜົນ ແລະ ສຸມໃສ່ໂຄງການລົງທຶນ ເພື່ອແກ້ໄຂຄວາມທຸກຍາກ ທີ່ເປັນບຸລິມະສິດ.
– ສືບຕໍ່ສຸມໃສ່ແກ້ໄຂບັນຫາໜີ້ສິນສາທາລະນະດ້ວຍຫລາຍຮູບແບບ ໂດຍສະເພາະບັນຫາໜີ້ສິນຂອງລັດວິສາຫະກິດ ໃຫ້ສາມາດແກ້ໄຂໄດ້ໂດຍໄວ, ຫລຸດຜ່ອນການສ້າງໜີ້ສິນໃໝ່ທີ່ບໍ່ຈໍາເປັນ ແລະ ອື່ນໆ, ເດັດຂາດບໍ່ໃຫ້ຕົກເຂົ້າສູ່ສະພາບທີ່ບໍ່ສາມາດຊໍາລະໜີ້ໄດ້;
– ສືບຕໍ່ຈັດຕັ້ງຜັນຂະຫຍາຍການປະຕິຮູບລັດວິສາຫະກິດໄຟຟ້າລາວ, ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ຕາມທິດຊີ້ນຳຂອງກອງປະຊຸມນາຍົກ-ຮອງນາຍົກ ແລະ ກອງປະຊຸມກົມການເມືອງຮ່ວມກັບຄະນະເລຂາທິການສູນກາງພັກ ໃຫ້ສຳເລັດໂດຍໄວ. ພ້ອມກັນນັ້ນ ກໍສືບຕໍ່ຄົ້ນຄວ້າປະຕິຮູບບັນດາລັດວິສາຫະກິດທີີີ່ກໍານົດໃນແຜນປະຕິຮູບຂອງລັດຖະບານໃຫ້ເປັນຮູບປະທຳ;
– ເລັ່ງປັບປຸງ ແລະ ສ້າງກົນໄກອໍານວຍຄວາມສະດວກ ໃນການດໍາເນີນທຸລະກິດ ແລະ ການສົ່ງເສີມການລົງທຶນພາກເອກະຊົນ ໃຫ້ດີຂຶ້ນ ແລະ ສໍາເລັດໃຫ້ທັນກັບສະພາບການ. ພ້ອມກັນນັ້ນ, ກໍເລັ່ງຊຸກຍູ້ສົ່ງເສີມໂຄງການລົງທຶນຂອງຕ່າງປະເທດ ທີ່ໄດ້ຮັບອະນຸມັດແລ້ວ ໃຫ້ສາມາດຈັດຕັ້ງປະຕິບັດໄດ້ໂດຍໄວ ໃນເວລາດຽວກັນ ກໍເລັ່ງຕິດຕາມກວດກາບັນດາໂຄງການທີ່ມີສັນຍາ ເພື່ອບໍ່ໃຫ້ມີການຈັບຈອງ ແລະ ຖ່ວງດຶງການພັດທະນາ, ຊຸກຍູ້ໃຫ້ມີການນໍາເງິນຕາຕ່າງປະເທດ ເຂົ້າສູ່ລະບົບເສດຖະກິດພາຍໃນໃຫ້ໄວຂຶ້ນ ດ້ວຍການກວດກາຄືນ ສັນຍາການລົງທຶນຂອງຕ່າງປະເທດ ທີ່ໃກ້ສິ້ນສຸດໂຄງການ ແລະ ເລີ່ມມີຜົນກໍາໄລ;
– ຮີບຮ້ອນສືບຕໍ່ປັບປຸງຂອດບໍລິການທາງລົດໄຟໃຫ້ດີຂຶ້ນກວ່າເກົ່າ ໂດຍສະເພາະ ການຈໍາໜ່າຍປີ້ລົດໄຟ ເຊິ່ງໃນໄລຍະມໍ່ໆມານີ້ ກໍມີການປັບປຸງດີຂຶ້ນໃນລະດັບໜຶ່ງແລ້ວ, ການຈັດສັນສະຖານທີ່ພາຍໃນສະຖານີລົດໄຟ, ການແກ້ໄຂບັນຫາການບໍລິການຝາກລົດ-ຈອດລົດສົ່ງຜູ້ໂດຍສານ ຢູ່ຈຸດສະຖານີລົດໄຟລາວ-ຈີນ ມີຫາງສຽງຈົ່ມວ່າຂອງສັງຄົມ ແລະ ການບໍລິການປິ່ນອ້ອມຕ່າງໆ ໃຫ້ດີຂຶ້ນ.
– ສືບຕໍ່ແກ້ໄຂຜົນກະທົບຈາກໄພນໍ້າຖ້ວມຢູ່ບາງແຂວງ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ ໂດຍເອົາໃຈໃສ່ແກ້ໄຂບາງວຽກທີ່ຈໍາເປັນຮີບດ່ວນ ເຊັ່ນ: ທ້ອງຖິ່ນໃດຖືກກະທົບໜັກ ກໍໃຫ້ພາກສ່ວນກ່ຽວຂ້ອງ ສົມທົບອົງການປົກຄອງທ້ອງຖິ່ນ ໃຫ້ການຊ່ວຍເຫລືອສຸກເສີນໃຫ້ທັນການ, ກະກຽມແນວພັນສັດ-ພັນພືດ ເພື່ອສະໜອງໃຫ້ພຽງພໍ.
ພ້ອມນັ້ນ, ກໍໃຫ້ຮີບຮ້ອນສ້ອມແປງຊົນລະປະທານ, ຂົວ ທີ່ຈໍາເປັນເປ່ເພ ໃຫ້ກັບມາໃຊ້ໄດ້ປົກກະຕິ, ສ້ອມແປງເສັ້ນທາງຫລວງແຫ່ງຊາດ-ເສັ້ນທາງທ້ອງຖິ່ນທີ່ເປ່ເພ, ເດັດຂາດບໍ່ໃຫ້ເສັ້ນທາງຕັດ ຂາດ. ພ້ອມນັ້ນ ກໍເອົາໃຈໃສ່ຕິດຕາມລະດັບນໍ້າຂອງບັນດາເຂື່ອນ ແລະ ມີແຜນການບໍລິຫານຈັດການນໍ້າທີ່ເປັນລະບົບ ແລະ ທັນການ ເຊິ່ງຖ້າມີຄວາມຈໍາເປັນຈະເປີດປະຕູນໍ້າ ກໍໃຫ້ແຈ້ງໃຫ້ປະຊາຊົນຮັບຊາບລ່ວງໜ້າ ແລະ ມີມາດຕະການຕ່າງໆ ເພື່ອຮອງຮັບໃນການປ່ອຍນໍ້າແຕ່ລະຄັ້ງ ກໍຄື ຜົນກະທົບທີ່ອາດຈະເກີດຂຶ້ນ ໃຫ້ປະຊາຊົນໄດ້ຮັບຊາບຢ່າງທົ່ວເຖິງ ແລະ ມີສ່ວນຮ່ວມ;
ສືບຕໍ່ຕິດຕາມເຝົ້າລະວັງ ແລະ ປ້ອງກັນການລະບາດຂອງພະຍາດໂຄວິດ-19 ໂດຍສະເພາະການປະຕິບັດມາດຕະການປ້ອງກັນຂັ້ນພື້ນຖານ ລວມທັງການລະບາດຂອງພະຍາດໄຂ້ຍຸງລາຍ ແລະ ພະຍາດຕາມລະດູການ;
ສືບຕໍ່ສຸມໃສ່ໃນການແກ້ໄຂສະພາບວ່າງງານ ໂດຍເກັບກໍາຂໍ້ມູນດ້ານຄວາມຕ້ອງການຂອງແຮງງານ ແຕ່ລະສາຂາອາຊີບ ເພື່ອຈັດເຂົ້າສູ່ການຈ້າງງານໃຫ້ໄວ. ພ້ອມທັງຍົກສູງຄຸນນະພາບຂອງສີມືແຮງງານ ແລະ ຊຸກຍູ້ໃຫ້ເຂົ້າສູ່ລະບົບປະກັນສັງຄົມໃຫ້ຫລາຍຂຶ້ນ;
ສືບຕໍ່ຜັນຂະຫຍາຍຜົນສໍາເລັດຂອງກອງປະຊຸມສະຫລຸບ ການຈັດຕັ້ງປະຕິບັດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ແລະ ວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ທົ່ວປະເທດ ໃຫ້ສໍາເລັດຕາມແຜນການ ແລະ ໄດ້ຮັບຜົນດີ; ສຸມໃສ່ຊີ້ນໍາ ການແກ້ໄຂບັນຫາເຂດແດນ ເຊື່ອມຕໍ່ລະຫວ່າງ ທ້ອງຖິ່ນຕໍ່ທ້ອງຖິ່ນ ໃຫ້ມີຄວາມສະຫງົບປົກກະຕິ;
ສືບຕໍ່ຈັດຕັ້ງປະຕິບັດຕາມແນວທາງການຕ່າງປະ ເທດຂອງພັກ ໃຫ້ສຸດກົກສຸດປາຍ ເປັນຕົົ້ນ ສືບຕໍ່ປະຕິບັດການສະເຫລີມສະຫລອງສາຍພົວພັນມິດຕະພາບລາວ-ຫວຽດນາມ ໃຫ້ໄດ້ຮັບຜົນດີຕາມຄາດໝາຍ. ພ້ອມນີ້ ກໍກະກຽມຄວາມພ້ອມຮອບດ້ານໃຫ້ແກ່ການຢ້ຽມຢາມ ສິງກະໂປ ຢ່າງເປັນທາງການຂອງ ທ່ານນາ ຍົກລັດຖະມົນຕີ, ກະກຽມຕ້ອນຮັບການນຳຂັ້ນສູງຂອງຕ່າງປະເທດ ຈະມາຢ້ຽມຢາມລາວຢ່າງເປັນທາງການໃຫ້ດີ.
ເພື່ອໃຫ້ທິດທາງແຜນວຽກຈຸດສຸມ ເດືອນຕຸລາ 2022 ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງເປັນຮູບປະທໍາ, ບັນດາທ່ານສະມາຊິກລັດຖະບານ ຈົ່ົງນໍາເອົາຜົນກອງປະຊຸມລັດຖະ ບານຄັ້ງນີ້ ໄປຫັນເປັນແຜນຈັດຕັ້ງປະຕິບັດຂອງຂະແໜງການຕົນໃຫ້ລະອຽດ, ມີການແບ່ງຄວາມຮັບຜິດຊອບໃຫ້ການຈັດຕັ້ງ, ບຸກຄະລາກອນຢູ່ໃນແຕ່ລະຂັ້ນ ແລະ ມີຄາດໝາຍຊັດເຈນ ໃນແຕ່ລະໄລຍະໃຫ້ຈະແຈ້ງ, ສອດຄ່ອງກັບເງື່ອນໄຂສະພາບຄວາມເປັນຈິງ ຂອງແຕ່ຂະແໜງການໃຫ້ໄດ້ຮັບຜົນດີ.