ມອບ-ຮັບລາງວັນ “Lao Ricebowl Awards 2017”

ໃນວັນທີ 16 ຕຸລາ ນີ້, ຢູ່ຫ້ອງການໂຕະເອັກຊ໌ ໄດ້ຈັດພິທີມອບ-ຮັບລາງວັນ “Lao Ricebowl Awards 2017” ມີອໍານວຍການໂຕະເອັກຊ໌, ປະທານສະມາຄົມອົດສາຫະກໍາ ໄອຊີທີ ລາວ (LICA), ກໍາມະການຜູ້ຈັດການ New Entrepreneur Foundation ຈາກປະເທດມາເລເຊຍ ຕົວແທນຈາກກົມເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ກົມສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ກາງ ແລະ ບັນດານັກທຸລະກິດເຂົ້າຮ່ວມ.
ໂຕະເອັກຊ໌ ເປັນຄູ່ຮ່ວມກັບ New Entrepreneur Foundation ຊຶ່ງເປັນຜູ້ຖືສິດມອບລາງວັນ Ricebowl ແລະ ລາງວັນ Startup ດີເດັ່ນໃນລາວມີ: ລາງວັນ Startup of the Year ໄດ້ແກ່ ບໍລິສັດ Bizgital ຈໍາກັດ, ລາງວັນ Best Newcomer ໄດ້ແກ່ Book Delivery, ລາງວັນ Best Coworking Space ໄກ້ແກ່ TOHLAO Coworking Space ແລະ ລາງວັນ Founder of the Year ໄດ້ແກ່ ທ່ານ ສຸລິໂຍ ວົງດາລາ.
ຊຶ່ງໃນຄັ້ງນີ້ ເປັນຄັ້ງທໍາອິດຂອງ Lao Ricebowl Startup Awards ຊຶ່ງທາງ Ricebowl ໄດ້ຄັດເລືອກ ແລະ ເຟັ້ນຫາບັນດາ Startup ທີ່ໂດດເດັ່ນໃນລາວ ເພື່ອມອບລາງວັນໃຫ້ ແລະ ເປັນຕົວແທນຂອງລາວ ທີ່ຈະເຂົ້າຮ່ວມການແຂ່ງຂັນໃນລະດັບພາກພື້ນອາຊຽນ ກໍຄື ASEAN Startup Ricebowl Awards ຊຶ່ງຈະຈັດຂຶ້ນທີ່ປະເທດມາເລເຊຍ ໃນທ້າຍປີ 2017 ນີ້.

