ສະຫລຸບ ບັ້ນແຂ່ງຂັນ ປະພັນວັນນະຄະດີ ສະຫລອງປີສາມັກຄີ ລາວ-ຫວຽດນາມປີ 2022

ວັນທີ 23 ກັນຍາ 2022 ນີ້ ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ກະຊວງຖະແຫລ່ງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ  ແລະ ສະມາຄົມນັກປະພັນລາວ, ໄດ້ຈັດຕັ້ງປະຕິບັດໂຄງການແຂ່ງຂັນກວດສອບບົດປະພັນວັນນະຄະດີທົ່ວປະເທດ ແລະ ຈັດພິມປື້ມຜົນງານວັນນະກຳດີເດັ່ນ ເພື່ອສະເຫລີມສະຫລອງປີສາມັກຄີມິດຕະພາບລາວ-ຫວຽດນາມ ປີ 2022 ໂດຍການເປັນປະທານ ຂອງທ່ານ ປອ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນການພັກ, ຮອງປະທານປະເທດ, ທ່ານ ປອ ຄຳພັນ ເຜີຍຍະວົງ ຫົວໜ້າຄະນະໂຄະນາອົບຮົມສູນກາງພັກ ແລະ ທ່ານ ນາງ ສວນສະຫວັນ ວິຍາເກດ ລັດຖະມົນຕີກະຊວງຖະແຫລ່ງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ.

ໂອກາດດັ່ງກ່າວ ທ່ານທອງໃບ ໂພທິສານ ປະທານສະມາຄົມນັກປະພັນລາວໃຫ້ຮູ້ວ່າ: ບັ້ນກວດສອບໄດ້ປຸກລະດົມທາງສື່ທຸກຂະແໜງການ ໂດຍໃຊ້ເວລາສັງລວມເປັນເວລາ 3 ເດືອນເລີ່ມແຕ່ ວັນທີ 16 ພຶດສະພາ-16 ສິງຫາ 2022 ຕະຫລອດໄລຍະເວລາຂອງການຮັບບົດແຂ່ງຂັນກວດສອບກອງເລຂາໄດ້ຮັບບົດທັງໝົດ 235 ບົດ, ໃນນີ້ມີ ບົດບັນທຶກ 56 ບົດ, ເລື່ອງສັ້ນ 47 ບົດ ແລະ ບົດກະວີ 132 ບົດ ແລະ ໄດ້ຕັດສິນໃນຄັ້ງວັນທີ 12 ກັນຍາ 2022 ໂດຍຮັບຮອງເອົາບົດທີ່ດີເດັ່ນປະກອບດ້ວຍ:

ລາງວັນທີ 1 ຈຳນວນ 2 ບົດ ຄື:

  • ບົດກະວີ “ເດືອນຍິ້ມ ແລະ ດາວແຍ້ມ” ຂຽນໂດຍ ລູກດອນກະເດັນ
  • ເລື່ອງສັ້ນ “ຮັກລະຫວ່າງຮົບ” ຂຽນໂດຍ ປັນຍາ ພັນທະພານິດ.

ລາງວັນທີ 2 ຈຳນວນ 4 ບົດຄື:

  • ບົດບັນທຶກ “ເລົ່າເລື່ອງມິດຕະພາບລາວ-ຫວຽດນາມ” ຂຽນໂດຍ ຫານຊະນະ ສີສານ,
  • ບົດບັນທຶກ “ສາຍໃຈທີ່ໝັ້ນຄົງ” ຂຽນໂດຍ ຜ.ໄຜ່ບ້ານປ່າ,
  • ເລື່ອງສັ້ນ “ຄົນສອງແຜ່ນດິນ” ຂຽນໂດຍ ຂັນຄຳ ສຸດທະວິໄລ ແລະ
  • ກະວີ “ຫອມບໍ່ເຫີຍ ຮັກບໍ່ຫາຍ ສາຍສຳພັນມິດຕະພາບ” ຂຽນໂດຍ ຄຳພຸດ ເທບພະນົບ

ລາງວັນທີ 3 ຈຳນວນ 6 ບົດຄື:​

  • ບົດບັນທຶກ “ບັນທຶກຄວາມຊົງຈຳ ແຫ່ງສາຍສຳພັນມິດຕະພາບ” ຂຽນໂດຍ ສີໄພແກ້ວບຸນມີ  
  • ບົດບັນທຶກ “ພໍ່ເຖົ້າມາຍ ດິງ ຕວຽນ ອະດີດທະຫານອາສາສະໝັກ” ຂຽນໂດຍ ປທ ສຸລິສຸກ ທໍ
  • ເລື່ອງສັ້ນ “ຄິດຮອດເອື້ອຍທັນ” ຂຽນໂດຍ ດອກບົວເມືອງວັງ
  • ເລື່ອງສັ້ນ “ອ້າຍ ຫວ້າງ-ກວິ້ງ ກັບບ້ານເຮົາເທາະ” ຂຽນໂດຍ ແຫຍງ ພິລາກອນ
  • ກະວີ “ຮັກບໍ່ເຫີຍ ຫອມບໍ່ຫາຍ ສອງອ້າຍນ້ອງລາວ-ຫວຽດນາມ” ຂຽນໂດຍ ມະນີວອນ ພົມມະລິນ
  • ກະວີ “ຈາກສະໜາມຮົບ ມາພົບສະຫາຍທີ່ອະນຸສາວະລີ” ຂຽນໂດຍ ສ.ໄຜ່ກາງກໍ

 

ແລະ ລາງວັນຊົມເຊີຍ 30 ບົດ.

ໂອກາດດັ່ງກ່າວ, ທ່ານ ບຸນທອງ ຈິດມະນີ ໄດ້ມີຄຳເຫັນໂອລົມ ໂດຍທ່ານໄດ້ສະແດງຄວາມຊົມເຊີຍຕໍ່ ສະມາຄົມນັກປະພັນລາວ ແລະ ຄະນະໂຄສະນາອົບຮົມສູນກາງພັກ ທີ່ໄດ້ຈັດກິດຈະກຳດັ່ງກ່າວຂຶ້ນ ເພື່ອສະເຫລີມສະຫລອງປີສາມັກຄີມິດຕະພາບລາວ-ຫວຽດນາມ ປີ 2022 ໃຫ້ມີບັນຍາກາດອັນຟົດຟື້ນ, ພ້ອມທັງຮຽກຮ້ອງໃຫ້ບັນດານັກປະພັນ, ນັກກະວີ ກໍຄື ການຈັດຕັ້ງພັກ-ລັດ ແລະ ທຸກພາກສ່ວນສັງຄົມ ຈົ່ງໄດ້ພ້ອມກັນເອົາໃຈໃສ່ ຊຸກຍູ້ສົ່ງເສີມຂະບວນການປະດິດຄິດແຕ່ງບົດປະພັນວັນນະຄະດີ ທີ່ມີລັກສະນະຊາດ, ລັກສະນະປະຊາຊົນ ແລະ ລັກສະນະກ້າວໜ້າ, ໃຫ້ຖືເປັນພາຫະນະໜຶ່ງ ທີ່ສໍາຄັນຂອງການເຮັດວຽກງານແນວຄິດໃນທົ່ວສັງຄົມ ແນໃສ່ສ້າງຄົນລາວ ໃຫ້ມີຈິດໃຈຮັກຊາດ-ຮັກວັດທະນາທຳ ອັນດີງາມຂອງຊາດ, ພ້ອມທັງ ໃຫ້ຖືສຳຄັນ ແລະ ເອົາໃຈໃສ່ຊຸກຍູ້ສົ່ງເສີມຢ່າງແຂງແຮງ ແລະ ຕໍ່ເນື່ອງຂະບວນການເຄື່ອນໄຫວທາງດ້ານການປະພັນ ແລະ ການປະດິດຄິດແຕ່ງວັນນະຄະດີ ໃຫ້ມີຄວາມອຸດົມຮັ່ງມີຫລາຍຮູບຫລາຍສີ ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການ ທາງດ້ານຊີວິດຈິດໃຈ ຂອງປະ ຊາຊົນ ກໍຄື ຜູ້ອ່ານ, ຜູ້ຊົມໃຊ້ດ້ານມໍລະດົກທາງປັນຍາຄວາມຮູ້, ສູ້ຊົນໃຫ້ມີບົດປະພັນວັນນະຄະດີ ທີ່ມີຄຸນນະພາບ, ມີຄຸນຄ່າສູງ, ສ່ອງແສງມູນເຊື້ອຂອງຊາດ ຂອງພາລະ ກິດປະຕິວັດປົດປ່ອຍຊາດ, ປົກປັກຮັກສາ ແລະ ພັດທະນາປະເທດຊາດທັງສ່ອງແສງເຖິງແບບແຜນດໍາລົງຊີວິດທີ່ກ້າວໜ້າສົດໃສຈົບງາມ, ສ້າງວັນນະຄະດີໃຫ້ມີຄຸນຄ່າ ແລະ ມີຄຸນນະພາບຖືກກັບຄວາມມັກຄວາມນິຍົມຊົມຊອບທີ່ຖືກຕ້ອງຂອງມະຫາຊົນ, ພ້ອມທັງເອົາໃຈໃສ່ຖະນຸບໍາລຸງ ແລະ ເສີມຂະຫຍາຍທຸກຄວາມອາດສາມາດບົ່ມຊ້ອນໃນການປະດິດຄິດແຕ່ງ ຂອງນັກປະພັນວັນນະຄະດີ ຂອງຊາດເຮົາ ໃຫ້ເຕີບໂຕ ແລະ ເຂັ້ມແຂງຂຶ້ນໄປເລື້ອຍໆ. ພ້ອມນັ້ນ, ຄະນະພັກ ແລະ ອົງການປົກຄອງທຸກຂັ້ນ ຕ້ອງຖືສຳຄັນ ແລະ ເອົາໃຈໃສ່ສ້າງເງື່ອນໄຂກະຕຸກຊຸກຍູ້ສົ່ງເສີມ ພ້ອມທັງບຳລຸງ-ກໍ່ສ້າງນັກປະພັນ, ນັກກະວີ ກໍຄື ຜູ້ທີ່ມີພອນສະຫວັນ, ມັກຂຽນ, ມັກຄົ້ນຄວ້າ ປະດິດຄິດແຕ່ງໃຫ້ຫລາຍ ແລະ ເປັນມືອາຊີບ, ພ້ອມກັນນັ້ນ ນັກປະພັນ, ນັກກະວີ ຕ້ອງໄດ້ເອົາໃຈໃສ່ ຄົ້ນຄວ້າຊອກຫາຂໍ້ມູນທີ່ເປັນຈິງ ກໍຄື ເຫດການສຳຄັນຕ່າງໆ ທີ່ມີຂຶ້ນໃນຊີວິດສັງຄົມ ເຊັ່ນວ່າ: ເລື່ອງຈິງ-ຄົນເຮັດ, ເລື່ອງວຽກດີ-ຄົນເດັ່ນ ແລະ ອື່ນໆ ເພື່ອນໍາສິ່ງເຫລົ່ານັ້ນມາປະດິດຄິດແຕ່ງ ສ້າງເປັນບົດປະພັນຍ້ອງຍໍສັນລະເສີນ, ບົດກະວີກາບກອນກະຕຸກຊຸກຍູ້ບັນດາປັດໄຈໃໝ່ ທີ່ພົ້ນເດັ່ນ, ໃຫ້ກາຍເປັນບົດຮຽນ ແລະ ພະລັງແຮງໃໝ່ ທີ່ຕ້ອງສືບຕໍ່ເສີມຂະຫຍາຍ ແລະ ນຳໃຊ້ເຂົ້າໃນການສ້າງສາພັດທະນາປະເທດຊາດ ຂອງພວກເຮົາ.