ໜຸ່ມໂຮງງານຄຽດໜັກມີບັນຫາຊີວິດ ຍິງຕົນເອງຕາຍ ພ້ອມຂຽນຈົດໝາຍຂໍໂທດຄອບຄົວ

ໃນເວລາ 20:00 ຂອງວັນທີ 22 ກັນຍາ 2022 ຮ້ອຍຕຳຫລວດໂທ ວັດຊະພົງ ຈະເລີນລັດ ຮອງສາລະວັດສອບສວນ ສະຖານີຕຳຫລວດພູທອນອຸໄທ ອຳເພີ ອຸໄທ ຈັງຫວັດ ພະນະຄອນສີອາຍຸດທະຍາ ປະເທດໄທ ໄດ້ຮັບແຈ້ງເຫດວ່າ ມີຊາຍໃຊ້ອາວຸດປືນຍິງຕົນເອງເສຍຊີວິດ ຈຶ່ງເຂົ້າໄປກວດສອບພ້ອມປະສານກັບເຈົ້າໜ້າທີ່ຕຳຫລວດພິສູດຫລັກຖານ ແລະ ໜ່ວຍກູ້ໄພອາຍຸດທະຍາ.
ເມື່ອເຂົ້າໄປກວດສອບເປັນເຮືອນສອງຊັ້ນພົບຜູ້ເສຍຊີວິດ 1 ຄົນ ເປັນເພດຊາຍອາຍຸ 36 ປີ ອາຊີບພະນັກງານຢູ່ໃນໂຮງງານ ແລະ ເປັນເຈົ້າໜ້າທີ່ໜ່ວຍກູ້ໄພອາຍຸດທະຍາລວມໃຈ ສະພາບນອນຫງາຍ ມີບາດແຜບໍລິເວນຫົວມີເລືອດໄຫລອອກມາຈຳນວນຫລາຍ ແລະ ພົບປືນຢູ່ບໍເວນໃກ້ຄຽງ ພ້ອມກັບຈົດໝາຍວາງໄວ້ໂດຍລະບຸວ່າ: “ ຂໍໂທດທີ່ເຮັດໃຫ້ທຸກຄົນເດືອດຮ້ອນ ຂ້ອຍເຮັດຜິດກັບທຸກຄົນໄວ້ ແມ່ນຫຍັງກໍຕາມທີ່ຂ້ອຍເຮັດຜິດກັບພໍ່ແມ່ ແລະ ທຸກໆຄົນ ຂ້ອຍຂໍໃຫ້ທຸກຄົນອາໂຫສິກຳໃຫ້ ຂ້ອຍເຮັດຜິດຄັ້ງຍິ່ງໃຫຍ່ ຂ້ອຍບໍ່ມີທາງເລືອກແລ້ວ ທີ່ຂ້ອຍເຮັດໄປຍ້ອນຂ້ອຍຢາກຫາທາງອອກ” ເຈົ້າໜ້າທີ່ຈຶ່ງຖ່າຍຮູບແລ້ວເກັບໄວ້ເປັນຫລັກຖານ ກວດສອບບໍລິເວນອ້ອມຮອບບໍ່ພົບຮ່ອງຮອຍການຕໍ່ສູ້.
ເມຍຂອງຜູ້ຕາຍໄດ້ໃຫ້ການກັບຕຳຫລວດວ່າ: ຜົວໄດ້ມາຈົ່ມກັບຕົນເອງວ່າໄດ້ເອົາເງິນໄປລົງທຶນ ແຕ່ຍັງເກັບເງິນບໍ່ໄດ້ ແຕ່ບໍ່ຮູ້ວ່າເອົາໄປລົງທຶນຫຍັງ ສອບຖາມຫລາຍຄັ້ງແຕ່ກໍບໍ່ຍອມບອກ ເມຍໄດ້ຢັ້ງຢືນວ່າຕົນເອງ ແລະ ຜົວບໍ່ໄດ້ຜິດກັນແຕ່ຢ່າງໃດ.
ເບື້ອງຕົ້ນເຈົ້າໜ້າທີ່ຕຳຫລວດຈະສອບສວນຄົນໃນຄອບຄົວຢ່າງລະອຽດອີກຄັ້ງເພື່ອຫາສາເຫດທີ່ແທ້ຈິງ ສ່ວນສົບຜູ້ເສຍຊີວິດຈະໃຫ້ເຈົ້າໜ້າທີ່ສັ່ງສັນນະສູດເພີ່ມເຕີມຢ່າງລະອຽດ.

