ຈີນ ຢຶດຢາເສບຕິດມູນຄ່າ 195 ລ້ານໂດລາສະຫະລັດ

ສຳນັກຂ່າວ ເອພີ ໄດ້ລາຍງານຂ່າວຈາກ ເຂດບໍລິຫານພິເສດ ຮົງກົງ(ຈີນ) ເມື່ອວັນທີ 19 ສິງຫາ 2021 ຜ່ານມາວ່າ: ທ່ານ ອິ້ງວິງ ຊື່ ຮັກສາການ ຜູ້ອຳນວຍການ ປາບປາມຢາເສບຕິດ ເຂດບໍລິຫານພິເສດ ຮົງກົງ ໄດ້ເປີດເຜີຍໃນລະຫວ່າງ ການຖະແຫລງຂ່າວ ຕໍ່ສື່ມວນຊົນວ່າ: ໜ່ວຍງານປາບປາມຢາເສບຕິດ ໄດ້ຈັບກຸມຜູ້ຕ້ອງສົງໄສ 1 ຄົນ ຢູ່ອາຄານ ອຸດສາຫະກຳ ແຫ່ງໜຶ່ງ ທີ່ລັກລອບ ຄ້າຂາຍ ຢາເສບຕິດ ພ້ອມທັງຢຶດ ຂອງກາງ ເປັນຢາເສບຕິດ ລວມມີ: ຢາໄອ ນໍ້າໜັກ 148 ກິໂລກຣາມ ແລະ ເຮໂຣອິນ 86 ກິໂລກຣາມ ຄິກໄລ່ເປັນມູນຄ່າປະມານ 195 ລ້ານ ໂດລາສະຫະລັດ, ການຢຶດ ແລະ ຈັບກຸມຄັ້ງນີ້ ຖືວ່າເປັນຄັ້ງໃຫຍ່ສຸດຂອງເຂດຮົງກົງ ໃນປີນີ້, ຂະນະນີ້ ເຈົ້າໜ້າທີ່ພວມເລັ່ງດໍາເນີນ ການສອບສວນເພື່ອຂະຫຍາຍຜົນຫາຂະບວນການຄ້າຢາເສບຕິດ ມາດຳເນີນຄະດີ.