ສູນກາງແນວລາວສ້າງຊາດ ແລະ ສູນກາງແນວໂຮມປະເທດຊາດຫວຽດນາມ ເສີມຂະຫຍາຍການຮ່ວມມື

ພິທີພົບປະສອງຝ່າຍ ລະຫວ່າງ ຄະນະກຳມະການສູນກາງແນວລາວສ້າງຊາດ ກັບຄະນະກຳມະການສູນກາງແນວໂຮມປະເທດຊາດ ຝ່າຍລາວນຳໂດຍ ທ່ານ ຄຳເຜີຍ ບຸດດາວຽງ ກຳມະການສູນກາງພັກ ຮອງປະທານຜູ້ປະຈຳການສູນກາງແນວລາວສ້າງຊາດ ແລະ ຝ່າຍຫວຽດນາມນຳໂດຍ ທ່ານ ເລ ຕຽນ ເຈົາ ກຳມະການສູນກາງພັກ ຮອງປະທານສູນກາງແນວໂຮມປະເທດຊາດຫວຽດນາມ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມ ທີ່​ສຳ​ນັກ​ງານ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດຫວຽດນາມ ໃນວັນທີ 13 ກັນ​ຍາ ຜ່ານມາ.
ທ່ານ ເລ ຕຽນ ເຈົາ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ຂອງ ທ່ານ ຄຳເຜີຍ ບຸດດາວຽງ ໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະແມ່ນສອງອົງການ ຄື: ແນວລາວສ້າງຊາດ ແລະ ແນວໂຮມປະເທດຊາດຫວຽດນາມ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ.
ໂອກາດນີ້, ທ່ານຮອງປະທານສູນກາງແນວລາວ​ສ້າງ​ຊາດ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງທ່ານຮອງປະທານສູນກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ; ໃນ​ນີ້, ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຜົນ​ສຳ​ເລັ​ດ​ອັນ​ສຳ​ຄັນ​ໃຫຍ່ຫຼວງ ໃນ​ການ​ສ້າງ​ສາ​ພັດ​ທະ​ນາ​ປະ​ເທດ​ຊາດ ສ​ສ ຫວຽດ​ນາມ, ພ້ອມ​ທັງລາຍ​ງານ​ສະ​ພາບ​ທີ່​ພົ້ນ​ເດັ່ນ​ຂອງ ສ​ປ​ປ ລາວ ໃຫ້​ຮັບ​ຊາບ; ໃນ​ນີ້, ສຳ​ລັບ​ການ​ຮ່ວມ​ມື​ຂອງ​ສອງ​ອົງ​ການ ​ແມ່ນ​ສືບ​ຕໍ່​ຈັດ​ຕັ້ງ​ຜັນ​ຂະ​ຫຍາຍ​ບົດ​ບັນ​ທຶກ​ເຊັນ​ສັນ​ຍາ​ຂອງ​ສອງ​ປະ​ທານ​ແນວ​ໂຮມລາວ ແລະ ຫວຽດ​ນາມ ແຕ່​ປີ 2022-2027 ທີ່​ນະ​ຄອນຫຼວງວຽງ​ຈັນ ໃຫ້​ມີ​ຜົນ​ສຳ​ເລັດ;
ພ້ອມກັນນັ້ນ, ທັງສອງຝ່າຍໄດ້ຕີລາຄາຄືນກ່ຽວກັບການພົວພັນຮ່ວມມືໃນໄລຍະຜ່ານມາ ແລະ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບາງວຽກ​ງານ ກໍ​ຄືທິດທາງແຜນການໃນຕໍ່ໜ້າ ​ເປັນ​ຕົ້ນ​​ແມ່ນການ​ກຳ​ນົດວັນ​ເວ​ລາ ທີ່​ຈະ​ຈັດກອງປະຊຸມເສີມສ້າງຊາຍແດນສັນຕິພາບ-ມິດຕະພາບ ລາວ-ຫວຽດ​ນາມ ໃນທ້າຍປີ 2022 ນີ້, ຈັດກອງປະຊຸມສຳມະນາແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ ເພື່ອຍົກລະດັບຄວາມຮູ້ຄວາມສາມາດ ໃຫ້ພະນັກງານ-ລັດຖະກອນ ຕໍ່ກັບວຽກງານແນວໂຮມ.