6 ວຽກຈຸດສຸມທີ່ ລັດຖະບານຈະສຸມໃສ່ຈັດຕັ້ງປະຕິບັດຕົວຈິງ

ວັນທີ 24 ພະຈິກ 2023 ທ່ານ ນາງ ທິບພະກອນ ຈັນທະວົງສາ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຜູ້ປະຕິບັດໜ້າທີ່ໂຄສົກລັດຖະບານ, ໄດ້ຖະແຫລງຂ່າວກ່ຽວກັບຜົນຂອງກອງປະຊຸມສະໄຫມສາມັນຂອງລັດຖະບານ ປະຈຳເດືອນພະຈິກ ແລະ ສຳລັບແຜນວຽກຈຸດສຸມໃນເດືອນທັນວາ ທີ່ຈະມາເຖິງນີ້, ລັດຖະບານ ຈະໄດ້ສຸມໃສ່ປະຕິບັດວຽກຈຸດສຸມ ຕົວຈິງຈຳນວນໜຶ່ງ ດັ່ງນີ້:
- ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ: ສືບຕໍ່ປະຕິບັດແຜນຍຸດທະສາດ ຫັນລົງກໍ່ສ້າງຮາກຖານການເມືອງ, ພັດ ທະນາຊົນນະບົດຮອບດ້ານ ຕິດພັນກັບການສ້າງທ່າສະໜາມປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ ແລະ ວຽກງານ 3 ສ້າງ; ສົມທົບກັບອົງການປົກຄອງທ້ອງ ຖິ່ນ ເພື່ອແກ້ໄຂບັນຫາຢູ່ຈຸດທີ່ຍັງບໍ່ທັນມີຄວາມສະຫງົບດີ; ເອົາໃຈໃສ່ວຽກງານຄຸ້ມຄອງຊາຍແດນ, ເລັ່ງໃສ່ການເຄື່ອນ ໄຫວລາດຕະເວນ, ຕິດຕາມສະພາບເຮັດໃຫ້ມີຄວາມສະຫງົບ; ສະກັດກັ້ນອັດປ່ອງຂ້າມລອຍ, ເຂົ້າເມືອງຜິດກົດໝາຍ, ລັກລອບຕັດໄມ້, ຄ້າ-ຂາຍຢາເສບຕິດ.
- ວຽກງານຂົງເຂດເສດຖະກິດ:
– ສືບຕໍ່ແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ, ໃນນັ້ນ ໃຫ້ຮີບຮ້ອນຈັດຕັ້ງປະຕິບັດບັນດານິຕິກຳທີ່ວາງອອກໃຫ້ເປັນຮູບປະທຳຫຼາຍຂຶ້ນ ໂດຍສະເພາະ ການແກ້ໄຂບັນຫາອັດຕາແລກປ່ຽນ, ການຄຸ້ມຄອງລາຄາສິນຄ້າ, ການແກ້ໄຂໜີ້ສິນຕ່າງປະທດ ທີ່ຈະຄົບກຳນົດການຊໍາລະ, ການຊຸກຍູ້ການສົ່ງອອກ ເພື່ອນໍາເອົາເງິນຕາຕ່າງປະເທດເຂົ້າມາໃຫ້ຫຼາຍຂຶ້ນ; ການດຳເນີນທຸລະກິດ ນໍາເຂົ້າ ແລະ ສົ່ງອອກສິນຄ້າ, ການນຳທຶນເຂົ້າມາຂອງໂຄງການລົງທຶນ ຜ່ານລະບົບທະນາຄານ ໃຫ້ຫຼາຍຂຶ້ນ; ສຸມໃສ່ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ຕາມບັນດາໜ້າວຽກທີ່ໄດ້ວາງໄວ້.
– ສຸມໃສ່ການເກັບລາຍຮັບໃຫ້ໄດ້ຕາມແຜນ ຫຼື ລື່ນແຜນກຳນົດ, ພ້ອມກັນນັ້ນ ກໍໃຫ້ສຸມໃສ່ຄຸ້ມຄອງການປະຕິບັດລາຍ ຈ່າຍ ດ້ວຍມາດຕະການປະຢັດ ແລະ ຕ້ານການຟູມເຟືອຍ ໂດຍສະເພາະ ໃຫ້ເອົາໃຈໃສ່ປະຢັດເງິນຕາຕ່າງປະເທດ; ໂຄສະນາ ແລະ ປຸກລະດົມໃຫ້ສັງຄົມ ປະຢັດມັດທະຍັດ ໃນການຈັດງານດອງ, ງານບຸນປະເພນີຕ່າງໆ ທັງສົ່ງເສີມໃຫ້ນຳໃຊ້ຜະລິດຕະພັນພາຍໃນ.
– ສືບຕໍ່ຊຸກຍູ້ການຜະລິດພາຍໃນ ແລະ ສົ່ງເສີມການສົ່ງອອກ ໂດຍສະເພາະ ສິນຄ້າກະສິກຳ ຂອງ ສປປ ລາວ ເຂົ້າສູ່ຕະຫຼາດຕ່າງປະເທດ ໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້.
– ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກ ແລະ ສິ່ງກີດຂວາງ ໃນການດຳເນີນທຸລະກິດ ແລະ ການລົງທຶນ ຢູ່ ສປປ ລາວ ເພື່ອສາມາດດຶງດູດການລົງທຶນ ພາຍໃນ ແລະ ຕ່າງປະເທດ ໃຫ້ຫຼາຍຂຶ້ນ. ພ້ອມກັນນັ້ນ ກໍສຸມໃສ່ຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດໂຄງການທີ່ໄດ້ອະນຸມັດຜ່ານມາ.
– ສືບຕໍ່ປັບປຸງເສັ້ນທາງຫຼວງແຫ່ງຊາດ, ທາງຫຼວງທ້ອງຖິ່ນທີ່ເປ່ເພ ໃຫ້ສາມາດໄປມາໄດ້ປົກກະຕິໂດຍໄວ. ພ້ອມກັນນັ້ນ ກໍ່ແກ້ໄຂບັນຫາຄວາມບໍ່ເປັນເອກະພາບ ໃນການເກັບຄ່າບໍລິການຄ່ຽນຖ່າຍສິນຄ້າ ຢູ່ດ່ານທ່າບົກ, ບັນຫາຄວາມບໍ່ເປັນເອກະ ພາບ ໃນການຄ່ຽນຖ່າຍສິນຄ້າ ໃຫ້ຂາດຕົວໂດຍໄວ.
– ໃຫ້ທະນາຄານ ແຫ່ງ ສປປ ລາວ ຮີບຮ້ອນສົມທົບກັບຄະນະຮັບຜິດຊອບຂັ້ນແຂວງ ແລະ ທະນາຄານທຸລະກິດ ທີ່ເຂົ້າຮ່ວມໃນການປະຕິບັດນະໂຍບາຍສິນເຊື່ອ ຕາມຂໍ້ຕົກລົງ 93/ນຍ ເພື່ອກໍານົດມາດຖານ, ເງື່ອນໄຂ, ກົນໄກ ແລະ ວິທີ ການປະຕິບັດນະໂຍບາຍດັ່ງກ່າວ ໃຫ້ລະອຽດ ແລະ ເປັນກົນໄກລັກສະນະສະເພາະໃຫ້ໄວຂຶ້ນ.
- ວຽກງານຂົງເຂດວັດທະນະ ທຳ-ສັງ ຄົມ:
– ສືບຕໍ່ເອົາໃຈໃສ່ໂຄສະນາເຜີຍແຜ່ ແນວທາງນະໂຍບາຍ ຂອງພັກ-ລັດຖະບານ ໃຫ້ປະຊາຊົນໃນທົ່ວສັງຄົມຮັບຮູ້ເລິກເຊິ່ງ ແລະ ກວ້າງຂວາງ, ຕ້ານ ແລະ ຕອບໂຕ້ໄວ ຕໍ່ກຸ່ມຄົນບໍ່ດີ ທີ່ໄດ້ໂຄສະນາບິດເບືອນ, ໂຈມຕີ ແລະ ໃສ່ຮ້າຍປ້າຍສີ ພັກ-ລັດ ຖະບານ ດ້ວຍຫຼາຍຮູບການ ແລະ ວິທີການຕ່າງໆ ທີ່ມີການຫັນປ່ຽນ ທີ່ຕັ້ງໜ້າກວ່າເກົ່າ.
– ສຸມໃສ່ການກະກຽມຄວາມພ້ອມຮອບດ້ານ ໃນການສົ່ງເສີມການທ່ອງທ່ຽວ. ນອກນັ້ນ ໄລຍະນີ້ ກໍກໍາລັງຈັດບຸນນະມັດສະການພະທາດຫຼວງ ໃຫ້ເອົາໃຈໃສ່ວຽກງານປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ, ລວມທັງ ຄວາມສະອາດຈົບງາມ;
– ສືບຕໍ່ເອົາໃຈໃສ່ ວຽກງານສາທາລະນະສຸກ ໂດຍສຸມໃສ່ປັບປຸງການບໍລິການປິ່ນປົວ ຢູ່ບັນດາໂຮງໝໍ, ພ້ອມກັນນັ້ນ ກໍ່ໃຫ້ຊຸກຍູ້ການຜະລິດຢາປົວພະຍາດ ທີ່ເຮົາສາມາດຜະລິດໄດ້ໃຫ້ພຽງພໍ ເພື່ອຈຳກັດການນຳເຂົ້າ, ເປັນການປະຢັດເງິນ ຕາຕ່າງປະເທດ, ລວມທັງ ການແກ້ໄຂໜີ້ສິນຄັງປະກັນສຸຂະພາບ ໂດຍມີວິທີການແກ້ໄຂໄວ.
– ເອົາໃຈໃສ່ຕິດຕາມ ຄຸ້ມຄອງແຮງງານລາວທີ່ໄປອອກແຮງງານຢູ່ຕ່າງປະເທດ, ຄົ້ນຄວ້າຊອກມາດຕະການ ແລະ ວິທີແກ້ໄຂບັນຫາ ການຂາດເຂີນແຮງງານ, ການດູນດ່ຽງແຮງງານ ໄປຄຽງຄູ່ກັບການສ້າງ ແລະ ພັດທະນາວິຊາຊີບ ຢູ່ ສປປ ລາວ ໃຫ້ຫຼາຍຂຶ້ນ;
– ສືບຕໍ່ເອົາໃຈໃສ່ແກ້ໄຂ ບັນຫາການຂາດເຂີນຄູ ແລະ ບັນຫາການປະລະການຮຽນ ເພື່ອໃຫ້ອັດຕາການປະລະການຮຽນຫຼຸດໜ້ອຍລົງ;
– ສຸມໃສ່ການແກ້ໄຂບັນຫາເຂດແດນເຊື່ອມຕໍ່ ລະຫວ່າງ ທ້ອງຖິ່ນຕໍ່ທ້ອງຖິ່ນ ຕາມທິດຊີ້ນໍາຜ່ານມາ ໃຫ້ມີຄວາມສະຫງົບປົກກະຕິ ແລະ ສຳເລັດໄວ.
- ວຽກງານນິຕິກຳ:
– ສືບຕໍ່ສຸມໃສ່ປັບປຸງ ແລະ ຮຽບຮຽງບັນ ດານິຕິກໍາ ທີ່ຜ່ານກອງປະຊຸມລັດຖະບານຄັ້ງນີ້ ໃຫ້ສຳເລັດ ແລະ ປະກາດໃຊ້ໄວ ໂດຍສະເພາະ ດຳລັດ ວ່າດ້ວຍການກຳນົດໜ້າວຽກ ແລະ ການແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປີ 2024 ແລະ ແຜນການແກ້ໄຂຜົນກວດສອບ ແລະ ມະຕິຂອງລັດຖະບານ ວ່າດ້ວຍການກຳນົດໜ້າວຽກ ແລະ ການແບ່ງຄວາມຮັບຜິດຊອບ ໃນການປະຕິບັດມະຕິຂອງຄະນະບໍລິຫານງານສູນກາງພັກ ເລກທີ 5/ຄບສພ, ລົງວັນທີ 5 ກັນຍາ 2023 ເພື່ອໃຫ້ທັນເຜີຍແຜ່ໃນກອງປະຊຸມລັດຖະບານ ເປີດກ້ວາງ ຄັ້ງທີ II ປະຈໍາປີ 2023;
– ສຸມໃສ່ສົມທົບກັບຄະນະປະຈຳສະພາແຫ່ງຊາດ ປັບປຸງ ແລະ ຮຽບຮຽງບັນດາກົດໝາຍ ທີ່ໄດ້ຜ່ານກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ເລັ່ງການຮັບຮອງ ແລະ ຈໍ້າກາບັນຊີໂຄງການລົງທຶນຂອງລັດ ປະຈຳປີ 2024 ໃຫ້ສໍາເລັດໃນເດືອນທັນວາ 2023 ແລະ ໃຫ້ສາມາດເລີ່ມປະຕິບັດ ໃນວັນທີ 1 ມັງກອນ 2024 ເປັນຕົ້ນໄປ.
- ວຽກງານຂົງເຂດການຕ່າງປະເທດ:
– ຮີບຮ້ອນແກ້ໄຂບັນຫາຫາງສຽງກ່ຽວກັບການອອກໜັງສືຜ່ານແດນຊັກຊ້າ, ແກ່ຍາວເວລາ ແລະ ລຽນຄິວຍາວ ໃນປັດ ຈຸບັນ ໃຫ້ຂາດຕົວ ດ້ວຍມາດຕະການ ແລະ ວິທີການຕ່າງໆ, ພ້ອມກັນນັ້ນ ກໍ່ໃຫ້ຮີບ ຮ້ອນຄົ້ນຄວ້າການອອກວີຊາໄລຍະຍາວ ສໍາລັບບາງປະເທດ ເພື່ອດຶງດູດການທ່ອງທ່ຽວ.
– ສືບຕໍ່ຕິດຕາມສະພາບພົ້ນເດັ່ນ ທີ່ເກີດ ຂຶ້ນຢູ່ພາກພື້ນ ແລະ ສາກົນ ໃຫ້ທັນການ ແລະ ສືບຕໍ່ກະກຽມແກ່ການເຄື່ອນໄຫວວຽກງານຕ່າງປະເທດ ຂອງການນຳຂັ້ນສູງ, ເອົາໃຈໃສ່ການຈັດຕັ້ງຜັນຂະຫຍາຍຜົນການເຄື່ອນໄຫວວຽກງານຕ່າງປະເທດ ໃຫ້ມີຄວາມສຳເລັດ ແລະ ທັນກັບສະ ພາບການ.
– ສືບຕໍ່ກະກຽມເປັນເຈົ້າພາບຈັດກອງປະຊຸມ ອາຊຽນ ປີ 2024 ໂດຍເລີ່ມຈາກກອງປະຊຸມ ATF 2024 ແລະ ກອງປະຊຸມເສົາຄໍ້າວັດທະນະທຳສັງຄົມ-ອາຊຽນ ຄັ້ງທີ 31-32; ກະກຽມໃຫ້ທ່ານ ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມ ອາຊຽນ-ຍີ່ປຸ່ນ ແລະ ກະກຽມດ້ານເນື້ອໃນໃຫ້ຄະນະຜູ້ແທນ ສປປ ລາວ ເຂົ້າ ຮ່ວມກອງປະຊຸມສາກົນຕ່າງໆ, ກອງປະຊຸມທະວິພາຄີ ສອງລັດຖະບານ ລາວ- ຫວຽດນາມ; ສືບຕໍ່ກະກຽມຄວາມພ້ອມຮອບດ້ານ ໃຫ້ແກ່ການເປັນປະທານກອງປະຊຸມສຸດຍອດອາຊຽນ ປິ 2024.
- ການເຄື່ອນໄຫວວຽກພາຍໃນ:
– ກະກຽມສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 103 ປີ (13 ທັນວາ 1920-13 ທັນວາ 2023) ໂດຍຈັດກິດຈະກຳຕ່າງໆ ໃຫ້ມີບັນຍາກາດ, ມີເນື້ອໃນ, ຫຼຸດຜ່ອນຮູບ ການ, ບົນຈິດໃຈປະຢັດມັດທະຍັດ.
– ກະກຽມກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ II ປະຈຳປີ 2023 ໃນທ້າຍເດືອນທັນວາ ທີ່ຈະມາເຖິງ.

