5 ນັກເຕະແມນຢູ ກຽມຕໍ່ສັນຍາໄລຍະຍາວ

ແມນເຊສເຕີ ຢູໄນເຕັດ ຕົກເປັນຂ່າວກຽມໃຊ້ຕົວເລືອກຕໍ່ສັນຍາອີກຫນຶ່ງປີກັບ 5 ນັກເຕະກ່ອນເຖິງໄລຍະເປີດຕະຫລາດປີໃຫມ່ ຈາກການລາຍງານຂອງ ແມນເຊສເຕີ ອີຟນິງ ນີວ ສື່ໃນທ້ອງຖິ່ນ.
ສື່ເມືອງແມນເຊສເຕີ ລະບຸວ່າ : ເອຣິກ ເທນ ຮາກ ຜູ້ຈັດການທີມຊາວເນເທີແລນ ພ້ອມໃຊ້ຕົວເລືອກຕໍ່ສັນຍາກັບນັກເຕະລວມ ທັງຫມົດ 5 ຄົນ ເຊິ່ງປະກອບໄປດ້ວຍ ດາບິດ ເດ ເຄອາ, ດີໂອໂກ ດາໂລ, ລຸກ ຊໍ, ເຟຣັດ ແລະ ມາຄັສ ແຣສຟອດ.
ການຕໍ່ສັນຍາດັ່ງກ່າວ ສື່ລະບຸວ່າເກີດຂຶ້ນເພື່ອປ້ອງກັນບໍ່ໃຫ້ນັກເຕະຫມົດສັນຍາ ແລະ ສາມາດຍ້າຍອອກໄປໄດ້ໂດຍບໍ່ມີຄ່າຕົວ ເຖິງວ່າບາງຄົນອາດບໍ່ແມ່ນຕົວເລືອກລຳດັບຕົ້ນໆຂອງສະໂມສອນອີກແລ້ວເຊັ່ນ ກອງກາງທີມຊາດ ບຣາຊິລ ເຊິ່ງຈະໄດ້ຮັບການ ຕໍ່ສັນຍາເພື່ອທີ່ສະໂມສອນສາມາດຂາຍອອກໄປໄດ້ແບບມີຄ່າຕົວ.
ສ່ວນ ແຣສຟອດ ສູນໜ້າອາຍຸ 24 ປີ ເຊື່ອວ່າຈະໄດ້ຂະຫຍາຍສັນຍາຫນຶ່ງປີຕາມຕົວເລືອກໃນເບື້ອງຕົ້ນໄປກ່ອນ ແຕ່ ເທນ ຮາກ ມີແຜນດຶງເພື່ອຕໍ່ສັນຍາໄລຍະຍາວໃນພາຍຫລັງຢ່າງແນ່ນອນ ເນື່ອງຈາກນັກເຕະທີມຊາດອັງກິດ ສະແດງຜົນງານເກ່ັງກັບມາ ໄດ້ແລ້ວ ຫລັງສວມບົດພະເອກເປັນກອງໜ້າຕົວຫລັກຂອງສະໂມສອນ.

